ທ່ານສີຈິ້ນຜິງ ເປັນປະທານກອງປະຊຸມຂອງກົມການເມືອງສູນກາງພັກຄອມມູນິດຈີນ

2023-12-09 13:55:05 cri


    ວັນທີ 8 ທັນວາ 2023, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ ເພື່ອຄົ້ນຄວ້າວິເຄາະກ່ຽວກັບວຽກງານເສດຖະກິດປີ 2024; ຮັບຟັງການລາຍງານວຽກງານຂອງຄະນະກຳມະການກວດກາສູນກາງພັກ ແລະ ຄະນະກຳມະການກວດກາລັດຖະບານ, ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດວຽກງານກ່ຽວກັບການສ້າງແບບແຜນຂອງພັກທີ່ປອດໃສໄຮ້ມົນທິນ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມ.