ກະຊວງຊັບພະຍາກອນມະນຸດແລະປະກັນສັງຄົມຈີນອອກນະໂຍບາຍຢ່າງເປັນລະບົບເພື່ອຊຸກຍູ້ການພັດທະນາຂອງເສດຖະກິດເອກະຊົນ

2023-12-11 15:57:33 CRI

 

   ຫວ່າງມໍ່ໆມານີ້, ກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນໄດ້ອອກແຈ້ງການ ໂດຍໄດ້ອອກນະໂຍບາຍ ແລະ ມາດຕະການຢ່າງເປັນລະບົບເພື່ອຊຸກຍູ້ເສດຖະກິດເອກະຊົນໃຫ້ໄດ້ຮັບການພັດທະນາເປັນຢ່າງດີ ແລະ ມີຄວາມເຂັ້ມແຂງ ເພື່ອຊຸກຍູ້ເສດຖະກິດເອກະຊົນໃຫ້ພັດທະນາດ້ວຍຄຸນນະພາບສູງ.


   ນະໂຍບາຍເຫຼົ່ານີ້ປະກອບມີ: ໜຶ່ງ, ເປີດກວ້າງການສະໜອງຊັບພະຍາກອນມະນຸດຜູ້ມີທັກສະ ແລະ ເຕັກນິກໃຫ້ແກ່ວິສາຫະກິດເອກະຊົນ; ສອງ, ປັບປຸງການບໍລິການດ້ານການປະກອບອາຊີບ ແລະ ປະກອບທຸລະກິດໃຫ້ແກ່ວິສາຫະກິດເອກະຊົນໃຫ້ດີຂຶ້ນ, ສ້າງເວທີບໍລິການດ້ານການປະດິດສ້າງ ແລະ ປະກອບທຸລະກິດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຄໍ້າຊູວິສາຫະກິດເອກະຊົນ ປະກອບທຸລະກິດ ແລະ ໄດ້ຮັບການພັດທະນາ; ສາມ, ຊຸກຍູ້ການສ້າງການພົວພັນ ແຮງງານຢ່າງກົມກຽວ, ປັບປຸງກົນໄກສາມຝ່າຍເພື່ອໄກ່ເກ່ຍການພົວພັນແຮງງານໃຫ້ສົມບູນຂຶ້ນ; ສີ່, ເພີ່ມທະວີການສະໜັບສະໜູນປະກັນສັງຄົມສ້າງຜົນປະໂຫຍດແກ່ວິສາຫະກິດໃຫ້ສູງຂຶ້ນ, ສືບຕໍ່ປະຕິບັດນະໂຍບາຍຕ່າງໆຕາມຂັ້ນຕອນ ເຊັ່ນ: ນະໂຍບາຍຫຼຸດຜ່ອນອັດຕາການເສຍຄ່າປະກັນໄພວ່າງງານ, ປະກັນໄພເຈັບເປັນຍ້ອນການເຮັດວຽກ ເປັນຕົ້ນ.