ຮ້ານ “ທຸກຢ່າງໝື່ນກີບ” ຊ່ວຍຜ່ອນຄາຍຄວາມກົດດັນດ້ານເງິນເຟີ້

2023-12-12 14:47:32 cri

ໃນຊຸມປີຜ່ານມາ, ອາເມຣິກາໄດ້ຕັ້ງໃຈພິມເງິນໂດລາເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ແລະ ທະນາຄານກາງອາເມຣິກາຂຶ້ນອັດຕາດອກເບ້ຍເງິນໂດລາຫຼາຍເທື່ອ ເຮັດໃຫ້ເສດຖະກິດທົ່ວໂລກເກີດມີຄວາມປັ່ນປ່ວນ ແລະ ລະດັບເງິນເຟີ້ຂອງຫຼາຍປະເທດຖີບຕົວສູງຂຶ້ນເລື້ອຍໆ ເຊິ່ງເປັນບັນຫາທີ່ຂ້ຽວຂາດ. ລາຄາສິນຄ້າແພງຂຶ້ນ, ຄ່າຄອງຊີບສູງຂຶ້ນ ແຕ່ລາຍຮັບພັດຍັງຄືເກົ່າ, ເຮັດໃຫ້ກຳລັງຊື້ຂອງຜູ້ບໍລິໂພກຕ່ຳລົງ ແລະ ຄວາມກົດດັນດ້ານຊີວິດສູງຂຶ້ນ. ພາຍໃຕ້ສະພາບການດັ່ງກ່າວ, ຮ້ານ “ທຸກຢ່າງໝື່ນກີບ” ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຜູ້ບໍລິໂພກຊາວລາວ ຍ້ອນໄດ້ຈັບຈ່າຍສິນຄ້າໃນລາຄາຖືກ.


ຈຸດພິເສດຂອງຮ້ານ “ທຸກຢ່າງໝື່ນກີບ” ເຫຼົ່ານີ້ຄື ສິນຄ້າໃນຮ້ານທຸກຢ່າງລ້ວນແຕ່ຈຳໜ່າຍໃນລາຄາ 1 ໝື່ນກີບ. ຍ້ອນວ່າລາຄາຖືກ, ຮ້ານເຫຼົ່ານີ້ໄດ້ດຶງດູດຜູ້ບໍລິໂພກເຂົ້າຮ້ານເປັນຈຳນວນຫຼວງຫຼາຍ. ປະເພດສິນຄ້າຂາຍໃນຮ້ານກໍມີຫຼາຍ ເຊັ່ນ: ເຄື່ອງໃຊ້ປະຈຳວັນ, ເຄື່ອງຂຽນ, ເຄື່ອງຫຼິ້ນຂອງເດັກ, ເຄື່ອງເອ້, ອາຫານ ແລະອື່ນໆ ເຊິ່ງຈະສາມາດຕອບສະໜອງຕາມຄວາມຕ້ອງການທີ່ແຕກຕ່າງກັນຂອງຜູ້ບໍລິໂພກໄດ້. ຮ້ານ “ທຸກຢ່າງໝື່ນກີບ” ບໍ່ພຽງແຕ່ໄດ້ເຮັດໃຫ້ຜູ້ບໍລິໂພກຊື້ສິນຄ້າດ້ວຍລາຄາຖືກເທົ່ານັ້ນ, ຍັງມີຜົນດີຊ່ວຍໃຫ້ລາຄາສິນຄ້າໃນຕະຫຼາດມີຄວາມໝັ້ນທ່ຽງ ແລະ ຕ້ານທານກັບຄວາມກົດດັນດ້ານເງິນເຟີ້ອີກດ້ວຍ.

ໃນຂະນະດຽວກັນ, ຮ້ານ “ທຸກຢ່າງໝື່ນກີບ” ກໍມີຜົນດີຊ່ວຍໃຫ້ຮັກສາຄວາມໝັ້ນຄົງທາງສັງຄົມ. ດ້ານໜຶ່ງ, ຮ້ານເຫຼົ່ານີ້ໄດ້ຊ່ວຍຜູ້ບໍລິໂພກປະຢັດຄ່າໃຊ້ຈ່າຍ ແລະ ຍົກຄຸນນະພາບ ແລະ ຄວາມສຸກຂອງພວກເຂົາເຈົ້າໃຫ້ສູງຂຶ້ນ. ອີກດ້ານໜຶ່ງ, ກໍໄດ້ສ້າງຜົນກຳໄລໃຫ້ແກ່ເຈົ້າຂອງຮ້ານ ແລະ ນັກທຸລະກິດສະໜອງສິນຄ້າ ເຊິ່ງຈະຊ່ວຍຊຸກຍູ້ກິດຈະການ ແລະ ຄວາມສາມາດດ້ານການປະດິດສ້າງໃໝ່ຂອງເຂົາເຈົ້າ ພ້ອມທັງເພີ່ມລາຍໄດ້ຂອງພວກເຂົາເຈົ້າໃຫ້ສູງຂຶ້ນ ແລະ ເຮັດໃຫ້ເຂົາເຈົ້າມີວຽກເຮັດງານທຳ.


ແນ່ນອນແລ້ວ, ຮ້ານ “ທຸກຢ່າງໝື່ນກີບ” ກໍອາດຈະມີບັນຫາ ແລະ ສິ່ງທ້າທາຍຈຳນວນໜຶ່ງ, ເຊັ່ນ: ອາດຈະມີບັນຫາດ້ານຄຸນນະພາບຂອງສິນຄ້າ, ມີບັນຫາດ້ານຄວາມປອດໄພ ແລະ ສຸຂະພາບເປັນຕົ້ນ. ສະນັ້ນ, ຕ້ອງໃຫ້ຄວາມໃສ່ໃຈ ແລະ ຕິດຕາມຄຸ້ມຄອງຫຼາຍກວ່າເກົ່າຕໍ່ຮ້ານເຫຼົ່ານີ້. ໃນຂະນະດຽວກັນ, ເຈົ້າຂອງຮ້ານ ແລະ ຜູ້ບໍລິໂພກກໍຄວນມີທັດສະນະໃນການບໍລິໂພກທີ່ຖືກຕ້ອງຕໍ່ຮ້ານເຫຼົ່ານີ້, ຢ່າສະແຫວງຫາລາຄາຖືກແຕ່ຢ່າງດຽວ, ແລ້ວພັດເບິ່ງຂ້າມຄຸນຄ່າ ແລະ ຄຸນນະພາບຂອງສິນຄ້າ. ການພັດທະນາຂອງຮ້ານ “ທຸກຢ່າງໝື່ນກີບ” ຈະບໍ່ສາມາດທົດແທນຮູບແບບການຂາຍຍ່ອຍປະເພດອື່ນ, ແຕ່ຄວນກາຍເປັນຮູບແບບການຂາຍຍ່ອຍທີ່ດີອີກຢ່າງໜຶ່ງ.

ສະຫຼຸບແລ້ວເຫັນວ່າ, ໃນຖານະເປັນຮູບແບບການຂາຍຍ່ອຍລາຄາຖືກຢ່າງໜຶ່ງ, ຮ້ານ “ທຸກຢ່າງໝື່ນກີບ” ໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຕໍ່ຕ້ານໄພເງິນເຟີ້ ແລະ ຮັກສາຄວາມໝັ້ນຄົງທາງສັງຄົມ. ພວກເຮົາຄວນມີວິໄສທັດຕໍ່ການພັດທະນາຂອງຮ້ານເຫຼົ່ານີ້ຢ່າງຖືກຕ້ອງ, ໃນຂະນະດຽວກັນ, ກໍຄວນເອົາໃຈໃສ່ຕໍ່ບັນຫາ ແລະ ຄວາມສ່ຽງທີ່ອາດຈະຄົງຄ້າງຢູ່ຕາມຮ້ານເຫຼົ່ານີ້, ເຮົາຄວນເລືອກຊື້ສິນຄ້າຢ່າງພິນິດພິຈາລະນາ ແລະ ສົມເຫດສົມຜົນ, ຊົມໃຊ້ຄວາມສະດວກໃນການຊື້ເຄື່ອງຕາມຮ້ານເຫຼົ່ານີ້ຢ່າງເໝາະສົມ.