ຈີນສະແດງຄວາມເສຍໃຈແລະຜິດຫວັງທີ່ອາເມຣິກາເປັນພຽງປະເທດດຽວທີ່ບໍ່ຮັບຮອງຮ່າງມະຕິຂອງອົງການ ສປຊ ວ່າດ້ວຍການຮຽກຮ້ອງໃຫ້ຢຸດຍິງດ້ານມະນຸດສະທຳໃນທັນທີ

2023-12-12 10:51:16 cri

ວັນທີ 11 ທັນວານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນໂອກາດນີ້, ມີນັກຂ່າວຖາມວ່າ: ມີຂ່າວລາຍງານວ່າ: ວັນທີ 8 ທັນວານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງຕໍ່ຮ່າງມະຕິວ່າດ້ວຍການຮຽກຮ້ອງໃຫ້ຢຸດຍິງດ້ານມະນຸດສະທຳຢູ່ເຂດກາຊາໃນທັນທີ ທີ່ສະເໜີໂດຍສະຫະລັດອາຣັບເອມີເຣດ, ແຕ່ບໍ່ຜ່ານການຮັບຮອງຍ້ອນອາເມຣິກາປະຕິເສດ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເໝົາໜິງກ່າວວ່າ: ການປະທະກັນລະຫວ່າງປາແລັດສະຕິນ-ອິດສະລາແອນໄດ້ສືບຕໍ່ມາເປັນເວລາສອງເດືອນແລ້ວ, ຢູ່ເຂດກາຊາມີປະຊາຊົນເກືອບ 20.000 ຄົນເສຍຊີວິດຈາກສົງຄາມ, ປະຊາຊົນຫຼາຍກວ່າ 1 ລ້ານ ຄົນບໍ່ມີບ່ອນຢູ່ອາໄສ, ເລື່ອງຮີບຮ້ອນທີ່ສຸດແມ່ນຢຸດຍິງກັນ, ນີ້ແມ່ນສຽງຮຽກຮ້ອງໂດຍທົ່ວໄປຂອງປະຊາຄົມໂລກ. ພວກຂ້າພະເຈົ້າສະແດງຄວາມເສຍໃຈແລະຜິດຫວັງທີ່ອາເມຣິກາເປັນພຽງປະເທດດຽວທີ່ບໍ່ຮັບຮອງຮ່າງມະຕິຂອງສະພາຄວາມໝັ້ນຄົງວ່າດ້ວຍການຮຽກຮ້ອງໃຫ້ຢຸດຍິງດ້ານມະນຸດສະທຳໃນທັນທີ. ການປ່ອຍໃຫ້ການປະທະກັນສືບຕໍ່ໄປຈະເຮັດໃຫ້ປະຊາຊົນບາດເຈັບແລະເສຍຊີວິດເພີ່ມຫຼາຍຂຶ້ນ ແລະ ເກີດໄພພິບັດດ້ານມະນຸດສະທຳຮ້າຍແຮງຂຶ້ນ, ເຮັດແນວນີ້ຈະປູກຝັງແນວຄິດອາຄາດບາດໝາງຫຼາຍກວ່າເກົ່າ. ໃນບັນຫາກ່ຽວກັບສົງຄາມແລະສັນຕິພາບ, ຄວາມເປັນຕາຍ, ປະເທດໃຫຍ່ທີ່ມີອິດທິພົນຄວນເສີມຂະຫຍາຍບົດບາດທີ່ສ້າງສັນໃນການສົ່ງເສີມການຢຸດຍິງກັນ, ຄວນພະຍາຍາມຢ່າງສຸດຂີດເພື່ອຫຼຸດຜ່ອນຈຳນວນຜູ້ບາດເຈັບແລະເສຍຊີວິດ, ຄວນຢືນຢູ່ຝ່າຍສັນຕິພາບແລະຝ່າຍປົກປ້ອງຊີວິດ.