ທ່ານສີຈິ້ນຜິງພົບປະເຈລະຈາກັບເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ

2023-12-12 20:24:09 CRI



 ຕອນບ່າຍວັນທີ 12 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດ ນາມ.


ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວຢືນຢັນວ່າ: ຈີນເດັດດ່ຽວສະໜັບສະໜູນຫວຽດນາມສືບຕໍ່ຊຸກຍູ້ພາລະກິດສ້າງສາສັງຄົມນິຍົມ, ເຊື່ອໝັ້ນວ່າພາຍໃຕ້ການນຳພາອັນເຂັ້ມແຂງຂອງສູນກາງພັກຄອມມູນິດຫວຽດນາມທີ່ມີທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເປັນຜູ້ນຳພານັ້ນ, ພັກ ແລະ ລັດຖະບານຫວຽດນາມຍ່ອມຈະສາມາເຮັດສຳເລັດພາລະກິດຕ່າງໆທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກຄອມມູນິດຫວຽດນາມໄດ້ຢ່າງແນ່ນອນ, ສ້າງພື້ນຖານອັນໜັກແໜ້ນເພື່ອບັນລຸເປົ້າໝາຍສູ້ຊົນຮ້ອຍປີ 2 ເຫດການຂອງຫວຽດນາມ.


ຈີນປະຕິບັດຕໍ່ສາຍພົວພັນຈີນ-ຫວຽດນາມຈາກດ້ານຍຸດທະສາດ ແລະ ໄລຍະຍາວຢ່າງສະເໝີຕົ້ນສະເໝີປາຍ, ຖືເອົາສາຍພົວພັນກັບຫວຽດນາມເປັນທິດທາງບຸລິມະສິດດ້ານວຽກງານການຕ່າງປະເທດກັບປະເທດອ້ອມຂ້າງ. ໂດຍສຸມໃສ່ສະແຫວງຫາການພັດທະນາຂອງຊາດ, ສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນ ແລະ ສະແຫວງຫາຄວາມກ້າວໜ້າໃຫ້ແກ່ມວນມະນຸດ, ຂ້າພະເຈົ້າຍິນດີຮ່ວມກັບທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ປະກາດທີ່ຕັ້ງໃໝ່ຂອງສາຍພົວພັນສອງພັກ ສອງລັດຖະບານຈີນ-ຫວຽດນາມ, ຮ່ວມມືສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດບົນພື້ນຖານທີ່ລົງເລິກສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ.

 

ເຊື່ອໝັ້ນວ່າ ພາຍໃຕ້ຄວາມພະຍາຍາມຮ່ວມຂອງທັງສອງຝ່າຍ, ສາຍພົວພັນຈີນ-ຫວຽດນາມຈະເຂົ້າສູ່ໄລຍະໃໝ່ທີ່ມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃນລະດັບສູງກວ່າເກົ່າ, ມີການຮ່ວມມືດ້ານຄວາມໝັ້ນຄົງທີ່ໜັກແໜ້ນກວ່າເກົ່າ, ມີການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ເລິກເຊິ່ງກວ່າເກົ່າ, ມີພື້ນຖານດ້ານຈິດໃຈຂອງປະຊາຊົນທີ່ໃຫ້ການສະໜັບສະໜູນຢ່າງໝັ້ນໜຽວກວ່າເກົ່າ, ມີການປະສານງານຫຼາຍຝ່າຍທີ່ແໜ້ນແຟ້ນກວ່າເກົ່າ, ມີການຄວບຄຸມແລະແກ້ໄຂຄວາມເຫັນທີ່ຂັດແຍ້ງກັນໄດ້ເປັນຢ່າງດີກວ່າເກົ່າ, ພາລະກິດສ້າງສາສັງຄົມນິຍົມຂອງສອງປະເທດຈີນ ແລະ ຫວຽດນາມຈະນັບມື້ກ້າວໄປໄກຢ່າງໜັກແໜ້ນ, ທັງປະກອບສ່ວນອັນໃໝ່ເຂົ້າໃນສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.