ຈີນກ່າວວ່າ: ການບໍ່ຮ່ວມມືເປັນຄວາມສ່ຽງໃຫຍ່ທີ່ສຸດ, ການບໍ່ພັດທະນາແມ່ນບໍ່ມີຄວາມໝັ້ນຄົງທີ່ສຸດ

2023-12-13 15:11:45 cri

ວັນທີ 12 ທັນວານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນໂອກາດດັ່ງກ່າວ, ມີນັກຂ່າວຖາມວ່າ: ຕາມຂ່າວລາຍງານວ່າ: ທ່ານກິຕາ ໂກປິນັດ ຮອງຜູ້ອຳນວຍການໃຫຍ່ຄົນທີໜຶ່ງຂອງອົງການກອງທຶນເງິນຕາສາກົນໄດ້ຢືນຢັນໃນວັນທີ 11 ທັນວານີ້ວ່າ: ປີ 2022, ປະເທດຕ່າງໆຢູ່ໃນໂລກໄດ້ເພີ່ມມາດຕະການຈຳກັດການຄ້າປະມານ 3.000 ລາຍການ, ເພີ່ມເປັນ 3 ເທົ່າຂອງປີ 2019. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເໝົາໜິງຕອບວ່າ: ລັດທິປົກປ້ອງການຄ້າແມ່ນບໍ່ມີຜົນດີຕໍ່ການຈໍລະຈອນຢ່າງເສລີດ້ານສິນຄ້າ, ການບໍລິການ, ທຶນ ແລະປັດໃຈອື່ນໆ, ແຕ່ການປ່ຽນແປງການຈັດສັນຊັບພະຍາກອນຢ່າງບໍ່ສົມເຫດສົມຜົນ ຈະທຳລາຍຜົນປະໂຫຍດຂອງຜູ້ບໍລິໂພກ, ບໍ່ມີຜົນດີຕໍ່ການຍົກສູງປະສິດທິພາບດ້ານການຜະລິດ, ບໍ່ມີຜົນດີຕໍ່ການຟື້ນຟູແລະພັດທະນາເສດຖະກິດໂລກ. ສິ່ງທີ່ໜ້າເປັນຫ່ວງນັ້ນແມ່ນ: ບາງປະເທດຕັດສາຍພົວພັນກັນດ້ວຍຂໍ້ອ້າງຄວາມໝັ້ນຄົງ, ຖືເອົາ “ການປອດຄວາມສ່ຽງ” ເປັນສາກບັງໜ້າເພື່ອຈຳກັດການຄ້າ, ສິ່ງນີ້ຈະເຮັດໃຫ້ໂລກບໍ່ມີຄວາມໝັ້ນຄົງຕື່ມອີກ ແລະສ້າງຄວາມສ່ຽງຫຼາຍຂຶ້ນຕື່ມອີກ.

ທ່ານນາງເໝົາໜິງຢືນຢັນວ່າ: ຈີນສຸມກຳລັງສ້າງເສດຖະກິດໂລກແບບເປີດກວ້າງຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງເດັດດ່ຽວໜຽວແໜ້ນ. ພວກຂ້າພະເຈົ້າມີຄວາມເຫັນມາໂດຍຕະຫຼອດວ່າ: ການບໍ່ຮ່ວມມືເປັນຄວາມສ່ຽງໃຫຍ່ທີ່ສຸດ, ການບໍ່ພັດທະນາແມ່ນບໍ່ມີຄວາມໝັ້ນຄົງທີ່ສຸດ. ຈີນຍິນດີຮ່ວມກັບຝ່າຍຕ່າງໆ, ຍຶດໝັ້ນການເປິກສາຫາລືຢ່າງສະເໝີພາບກັນ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອໃຫ້ບັນດາປະເທດບັນລຸການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.