ກອງປະຊຸມວຽກງານເສດຖະກິດສູນກາງຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-12-13 10:55:20 CRI

 

   ກອງປະຊຸມວຽກງານເສດຖະກິດສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນລະຫວ່າງວັນທີ 11-12 ທັນວານີ້. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄໍາປາໄສທີ່ສໍາຄັນ.


   ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ສະຫຼຸບວຽກງານເສດຖະກິດປະຈໍາປີ 2023 ຢ່າງຮອບດ້ານ ແລະ ວິເຄາະສະພາບເສດຖະກິດໃນປັດຈຸບັນຢ່າງເລິກເຊິ່ງ ພ້ອມທັງໄດ້ວາງແຜນວຽກງານເສດຖະກິດປະຈໍາປີ 2024 ຢ່າງເປັນລະບົບ.


   ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ການຊຸກຍູ້ໃຫ້ເສດຖະກິດຟື້ນຕົວໄປໃນທິດທາງທີ່ດີຕື່ມອີກນັ້ນແມ່ນຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈໍານວນໜຶ່ງ, ຕົ້ນຕໍແມ່ນຄວາມຕ້ອງການທີ່ມີປະສິດທິຜົນບໍ່ພຽງພໍ, ຄວາມສາມາດການຜະລິດຂອງບາງຂະແໜງການເກີນຄວາມຕ້ອງການ, ການຄາດຄະເນຂອງສັງຄົມອ່າວຕໍ່າ, ຄວາມສ່ຽງບົ່ມຊ້ອນອ່າວຫຼາຍ, ບວກກັບການໝູນວຽນດ້ານເສດຖະກິດພາຍໃນປະເທດປະເຊີນກັບຂອດອຸດຕັນ ແລະ ສະພາບແວດລ້ອມພາຍນອກມີຄວາມສັບສົນ, ຂ້ຽວຂາດ ແລະ ຄວາມບໍ່ແນ່ນອນເພີ່ມຂຶ້ນຕື່ມອີກ. ຄວນເພີ່ມທະວີສະຕິເປັນຫ່ວງເປັນໃຍຕໍ່ຄວາມຫຍຸ້ງຍາກ, ເພື່ອຮັບມື ແລະ ແກ້ໄຂບັນຫາເຫຼົ່ານີ້ຢ່າງມີປະສິດທິຜົນ. ເບິ່ງໂດຍລວມແລ້ວ ການພັດທະນາຂອງຈີນປະເຊີນກັບສະພາບການທີ່ມີເງື່ອນໄຂເປັນຜົນດີຫຼາຍກວ່າເງື່ອນໄຂເປັນຜົນເສຍ, ຂະນະທີ່ທ່າອ່ຽງພື້ນຖານດ້ານເສດຖະກິດຟື້ນຕົວໄປໃນທິດທາງທີ່ດີໃນໄລຍະຍາວນານນັ້ນບໍ່ມີການປ່ຽນແປງ, ສະນັ້ນຄວນເພີ່ມທະວີຄວາມໝັ້ນໃຈໃຫ້ສູງຂຶ້ນ.


   ນອກນີ້, ກອງປະຊຸມໄດ້ເນັ້ນໜັກວ່າ: ປີ 2024 ໜ້ານີ້ຄວນປິ່ນອ້ອມຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ເຮັດໃຫ້ຈຸດສຸມພົ້ນເດັ່ນຂຶ້ນ, ກໍາແໜ້ນຈຸດທີ່ເປັນຂໍ້ກຸນແຈສໍາຄັນ ເພື່ອຊຸກຍູ້ວຽກງານເສດຖະກິດຢ່າງໜັກແໜ້ນ. ໜຶ່ງ, ໃຫ້ການປະດິດສ້າງວິທະຍາສາດ ແລະ ເຕັກໂນໂລຊີນໍາພາການສ້າງລະບົບອຸດສາຫະກໍາແບບທັນສະໄໝ; ສອງ, ສຸມໃສ່ການເປີດກວ້າງຄວາມຕ້ອງການພາຍໃນປະເທດ; ສາມ, ລົງເລິກການປະຕິຮູບໃນຂົງເຂດຈຸດສຸມ; ສີ່, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ; ຫ້າ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງໃນຂົງເຂດຈຸດສຸມຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ; ຫົກ, ກໍາແໜ້ນວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນໃຫ້ດີຢ່າງບໍ່ລົດລະ; ເຈັດ, ຊຸກຍູ້ການເຊື່ອມໂຍງລະຫວ່າງຕົວເມືອງ ແລະ ຊົນນະບົດກໍຄືການພັດທະນາລະຫວ່າງເຂດແຄວ້ນຢ່າງກົມກຽວ; ແປດ, ຊຸກຍູ້ການສ້າງຄວາມສີວິໄລດ້ານນິເວດ ກໍຄືການພັດທະນາແບບສີຂຽວ ແລະ ກາກບອນຕໍ່າໃຫ້ລົງສູ່ລ່ວງເລິກ; ເກົ້າ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ.