ອາເມຣິການຳໃຊ້ມາດຕະການຄວບຄຸມການສົ່ງອອກເກີນຂອບເຂດບໍ່ເປັນຜົນດີຕໍ່ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກໍາແລະການສະໜອງແຜ່ນຊິບໂລກ

2023-12-13 15:40:00 CRI

 

   ກ່ຽວກັບຖ້ອຍຄວາມທີ່ກ່ຽວຂ້ອງຂອງທ່ານນາງ ກິນາ ໄຣມົນໂດ ລັດຖະມົນຕີກະຊວງການຄ້າອາເມຣິກາໃນຫວ່າງມໍ່ໆມານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 12 ທັນວານີ້ວ່າ: ສໍາລັບມາດຕະການຄວບຄຸມການສົ່ງອອກແຜ່ນຊິບຕໍ່ຈີນຂອງອາເມຣິການັ້ນ, ຈີນໄດ້ສະແດງຫຼັກໝັ້ນຂອງຕົນຫຼາຍເທື່ອແລ້ວ ເຊິ່ງພວກຂ້າພະເຈົ້າເຫັນວ່າອາເມຣິການໍາໃຊ້ມາດຕະການຄວບຄຸມການສົ່ງອອກເກີນຂອບເຂດນັ້ນ, ບໍ່ພຽງແຕ່ໄດ້ທໍາລາຍສິດຜົນປະໂຫຍດອັນຊອບທໍາຂອງວິສາຫະກິດຈີນຢ່າງໜັກໜ່ວງເທົ່ານັ້ນ, ແຕ່ຍັງບໍ່ເປັນຜົນດີຕໍ່ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກໍາ ແລະ ການສະໜອງແຜ່ນຊິບໂລກ, ສິ່ງນີ້ໄດ້ລະເມີດຫຼັກການເສດຖະກິດຕະຫຼາດ ແລະ ການແຂ່ງຂັນຢ່າງຍຸຕິທຳ, ບໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດໆ, ຈີນເດັດດ່ຽວຄັດຄ້ານຕໍ່ກັບເລື່ອງນີ້.


   ທ່ານນາງ ເໝົາໜິງ ຢືນຢັນຕື່ມວ່າ: ອາເມຣິກາໄດ້ຢືນຢັນມາຫຼາຍເທື່ອແລ້ວວ່າບໍ່ມີເຈດຈຳນົງຢາກຕັດສາຍພົວພັນກັບຈີນ ແລະ ບໍ່ມີເຈດຈຳນົງຢາກຂັດຂວາງການພັດທະນາເສດຖະກິດຂອງຈີນ, ອາເມຣິກາຄວນປະຕິບັດຄໍາໝັ້ນສັນຍາເຫຼົ່ານີ້ຢ່າງແທ້ຈິງ. ແນວໃດກໍຕາມ, ຈີນຈະຕິດຕາມການເຄື່ອນໄຫວທີ່ກ່ຽວຂ້ອງຢ່າງໃກ້ຊິດ, ເພື່ອປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງຕົນຢ່າງເດັດດ່ຽວ.