ຈີນໄດ້ເຂົ້າຮ່ວມການເປິກສາຫາລືແລະການເຈລະຈາທຸກຫົວຂໍ້ຂອງ COP28 ຢ່າງຫ້າວຫັນ

2023-12-14 10:53:12 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 13 ທັນວານີ້. ໃນໂອກາດນີ້, ມີນັກຂ່າວຖາມວ່າ: ຄະນະປະທານກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 28 ຫຼື COP28 ທີ່ຈັດຂຶ້ນຢູ່ນະຄອນດູໄບ ສະຫະລັດອາຣັບເອມິເຣດໄດ້ປະກາດເນື້ອໃນທີ່ຈະເປິກສາຫາລືຂອງສັນຍາສຸດທ້າຍໃນມື້ດຽວກັນ, ຈີນມີຈຸດຢືນຄືແນວໃດຕໍ່ກັບເລື່ອງນີ້ກໍຄືຕໍ່ COP28 ໃນປີນີ້?


   ທ່ານນາງ ເໝົາໜິງ ຕອບວ່າ: COP28 ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດ ເຊິ່ງຈີນໄດ້ເຂົ້າຮ່ວມການເປິກສາຫາລື ແລະ ການເຈລະຈາທຸກຫົວຂໍ້ຂອງ ກອງປະຊຸມຢ່າງຫ້າວຫັນ, ນອກນີ້, ຈີນໄດ້ສະໜັບສະໜູນສະຫະລັດອາຣັບ ເອມິເຣດ ເຊິ່ງເປັນປະເທດປະທານ COP28 ຈັດກອງປະຊຸມຢ່າງສໍາເລັດຜົນ.


   ທ່ານນາງ ເໝົາໜິງ ຢືນຢັນວ່າ: ພວກຂ້າພະເຈົ້າຫວັງວ່າຜົນສໍາເລັດຂອງກອງປະຊຸມຄັ້ງນີ້ຈະສາມາດຊຸກຍູ້ “ສັນຍາປາຣີ” ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອຫຼາຍກວ່າເກົ່າໃຫ້ແກ່ປະເທດພວມພັດທະນາໃນການບັນລຸການຫັນປ່ຽນຮູບແບບດ້ານພະລັງ ງານກໍຄືຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ດີຂຶ້ນກວ່າເກົ່າ.