ອາເມຣິກາຄວນຍຸດຕິການສະກັດກັ້ນແລະໜີບຮັດວິສາຫະກິດຈີນ

2023-12-14 14:26:40 cri

ວັນທີ 13 ທັນວານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນໂອກາດດັ່ງກ່າວ, ນັກຂ່າວຂ່າວສານບລຸມເບີກຖາມວ່າ: ອາເມຣິກາໄດ້ປະກາດລົງໂທດບຸກຄົນ ແລະ ບໍລິສັດ 250 ກວ່າແຫ່ງຂອງຈີນ, ຕູຣາເຄຍ ແລະ ສະຫະລັດອາຣັບເອມີເຣດດ້ວຍເຫດຜົນທີ່ສົງໄສວ່າໄດ້ສະໜັບສະໜູນການເຄື່ອນໄຫວໃນສົງຄາມຂອງຣັດເຊຍ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເໝົາໜິງຕອບວ່າ: ຈີນໄດ້ຄັດຄ້ານການກະທຳຂອງອາເມຣິກາທີ່ລົງໂທດພຽງລຳພັງແຕ່ຝ່າຍດຽວແລະການຂະຫຍາຍຂອບເຂດອຳນາດສານ, ອາເມຣິກາຄວນປ່ຽນແປງການກະທຳທີ່ຜິດພາດໃນທັນທີ, ຍຸດຕິການສະກັດກັ້ນແລະໜີບຮັດກັບວິສາຫະກິດຈີນ, ຈີນຈະນຳໃຊ້ມາດຕະການທີ່ຈຳເປັນເພື່ອປົກປັກຮັກສາສິດຜົນປະໂຫຍດທີ່ຊອບທຳຂອງວິສາຫະກິດຈີນຢ່າງເດັດດ່ຽວ.