ກະຊວງວັດທະນະທໍາແລະທ່ອງທ່ຽວຈີນຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນດ້ານການທ່ອງທ່ຽວທີ່ມີຫຼາຍຮູບແບບແລະມີຄຸນນະພາບຢ່າງບໍ່ຢຸດຢັ້ງ

2023-12-14 15:13:59 CRI

 

   ຕອນເຊົ້າວັນທີ 14 ທັນວານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດໂດຍຫ້ອງການຖະແຫຼງຂ່າວລັດຖະບານຈີນ, ຜູ້ຮັບຜິດຊອບກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນໄດ້ແນະນໍາສະພາບການທີ່ກ່ຽວຂ້ອງແຫ່ງການຊຸກຍູ້ການພັດທະນາດ້ານວັດທະນະທໍາ ແລະ ທ່ອງທ່ຽວດ້ວຍຄຸນນະພາບສູງ.


   ໃນໂອກາດນີ້, ທ່ານ ຕູ້ຈ່ຽງ ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ມາ, ຕະຫຼາດທ່ອງທ່ຽວໄດ້ເຂົ້າສູ່ຊ່ອງທາງແຫ່ງການຟື້ນຕົວຄືນຢ່າງວ່ອງໄວໂດຍລວມ, ພ້ອມດຽວກັນນີ້, ກະຊວງຕົນໄດ້ຍົກລະດັບຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ໂດຍໄດ້ປະດິດສ້າງດ້ານການສະໜອງຜະລິດຕະພັນການທ່ອງທ່ຽວ, ເພີ່ມທະວີການເຊື່ອມໂຍງເຂົ້າກັນລະຫວ່າງການສະໜອງ ແລະ ຄວາມຕ້ອງການ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການບໍລິໂພກ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນດ້ານການທ່ອງທ່ຽວທີ່ມີຫຼາຍຮູບແບບ ແລະ ມີຄຸນນະພາບ ຢ່າງບໍ່ຢຸດຢັ້ງ, ກໍຄືຊຸກຍູ້ຍຸດທະສາດການເປີດກວ້າງຄວາມຕ້ອງການພາຍໃນນໍາອີກ.


   ໜຶ່ງ, ເພີ່ມທະວີການຈັດຕັ້ງປະຕິບັດການວາງແຜນນະໂຍບາຍ ເພື່ອອໍານວຍສິ່ງຄໍ້າປະກັນດ້ານນະໂຍບາຍຢ່າງໜັກແໜ້ນໃຫ້ແກ່ການສະໜອງທີ່ມີຄຸນນະພາບທີ່ດີ; ສອງ, ຍົກລະດັບຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວໃຫ້ສູງຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວດ້ວຍການສະໜອງທີ່ມີຄຸນນະພາບທີ່ດີ; ສາມ, ປະດິດສ້າງການສະໜອງຜະລິດຕະພັນການທ່ອງທ່ຽວ ເພື່ອສ້າງຄວາມຕ້ອງການດ້ານການທ່ອງທ່ຽວດ້ວຍການສະໜອງແບບໃໝ່.