ຜູ້ຕາງໜ້າພິເສດຂອງປະທານປະເທດຈີນຈະເຂົ້າຮ່ວມພິທີຂຶ້ນຮັບຕໍາແໜ່ງຂອງປະທານາທິບໍດີມາດາກັສກາ

2023-12-14 10:49:37 CRI

    ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນຢືນຢັນວ່າ: ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ອັນດຣີ ນິຣິນາ ຣາເຈວລິນາ ປະທານາທິບໍດີມາດາກັສກາ, ທ່ານ ຫູຊຸນຮວາ ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ຜູ້ຕາງໜ້າພິເສດຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ຈະເຂົ້າຮ່ວມພິທີຂຶ້ນຮັບຕໍາແໜ່ງຂອງປະທານາທິບໍດີຣາເຈວລິນາ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງອັນຕານານາຣີໂວ ຂອງມາດາກັສກາໃນວັນທີ 16 ທັນວານີ້.