ບັນຫາໜັກໜ່ວງດ້ານມົນລະພິດຈາກນ້ຳປົນເປື້ອນລັງສີນີວເຄລຍຍີ່ປຸ່ນໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມສຳຄັນທີ່ສຸດໃນການແກ້ບັນຫານ້ຳປົນເປື້ອນລັງສີນີວເຄລຍຢ່າງເໝາະສົມ

2023-12-14 10:13:55 CRI



 ວັນທີ13ທັນວານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ,ໃນໂອກາດດັ່ງກ່າວ, ມີນັກຂ່າວຖາມວ່າ ຕາມຂ່າວລາຍງານວ່າ: ບໍລິສັດໄຟຟ້າໂຕກຽວຍີ່ປຸ່ນໄດ້ແຈ້ງຂ່າວໃນວັນທີ11ທັນວານີ້ໂດຍຢືນຢັນວ່າ ມີພະນັກງານຄົນໜຶ່ງທີ່ປະຕິບັດວຽກງານຢູ່ເຕົາປະຕິກອນນີວເຄລຍທີ່ປະຮ້າງຂອງໜ່ວຍຈັກຜະລິດໄຟຟ້າເລກ2ໃນໂຮງໄຟຟ້ານີວເຄລຍຟູຄູຊິມະທີ1ໄດ້ຖືກມົນລະພິດຈາກສານກຳມັນຕະພາບລັງສີ, ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

 ທ່ານນາງເໝົາໜິງຕອບວ່າ: ຂ້າພະເຈົ້າໄດ້ເອົາໃຈໃສ່ຕໍ່ການລາຍງານຂ່າວທີ່ກ່ຽວຂ້ອງແລ້ວ. ໃນຂະບວນການທີ່ໂຮງໄຟຟ້ານີວເຄລຍຟູຄູຊິມະທີ1ຂອງຍີ່ປຸ່ນຈັດການກັບນ້ຳປົນເປື້ອນລັງສີນີວເຄລຍນັ້ນ ໄດ້ເກີດອຸບັດເຫດຕ່າງໆເຊັ່ນ: ພະນັກງານທີ່ກ່ຽວຂ້ອງຖືກນ້ຳປົນເປື້ອນລັງສີນີວເຄລຍຟົ້ງໃສ່ ແລະຖືກມົນລະພິດຈາກສານກຳມັນຕະພາບລັງສີເປັນຕົ້ນ, ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມໜັກໜ່ວງຂອງບັນຫານີ້ ທັງໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມສຳຄັນທີ່ສຸດໃນການແກ້ໄຂບັນຫານ້ຳປົນເປື້ອນລັງສີນີວເຄລຍຢ່າງເໝາະສົມ.

ທ່ານນາງເໝົາໜິງຊີ້ໃຫ້ເຫັນວ່າ:  ແຜນການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຂອງຍີ່ປຸ່ນຈະດຳເນີນໄປເປັນເວລາເຖິງ30ປີຫຼືດົນກວ່ານັ້ນອີກ ເຊິ່ງມີຄວາມສ່ຽງຢ່າງໃຫຍ່ຫຼວງ. ຈີນເລັ່ງທວງໃຫ້ຍີ່ປຸ່ນໃຫ້ຄວາມສຳຄັນຕໍ່ຄວາມກັງວົນຂອງບັນດາຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງ, ໂດຍປະສານສົມທົບຢ່າງຮອບດ້ານໃນການສ້າງແຜນການຕິດຕາມວັດແທກສາກົນທີ່ມີປະສິດທິຜົນໄລຍະຍາວແລະມີສ່ວນຮ່ວມຕົວຈິງຂອງບັນດາຝ່າຍ, ປ້ອງກັນບໍ່ໃຫ້ການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລສ້າງໄພອັນຕະລາຍໄລຍະຍາວຕໍ່ສິ່ງແວດລ້ອມທາງທະເລກໍຄືສຸຂະພາບຂອງມວນມະນຸດຢ່າງແທ້ຈິງ.