ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງພິທີສະເຫຼີມສະຫຼອງຄະນະກຳມະການທົ່ວປະເທດການຄ້າອາເມຣິກາ-ຈີນສ້າງຕັ້ງຂຶ້ນຄົບຮອບ 50 ປີ

2023-12-15 11:07:58 cri

ວັນທີ 15 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງພິທີສະເຫຼີມສະຫຼອງຄະນະກຳມະການທົ່ວປະເທດການຄ້າອາເມຣິກາ-ຈີນສ້າງຕັ້ງຂຶ້ນຄົບຮອບ 50 ປີ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະກຳມະການກໍຄືສະມາຊິກທຸກຖ້ວນໜ້າ ພ້ອມທັງໄດ້ສະແດງຄວາມຢື້ຢາມຖາມຂ່າວທີ່ຈິງໃຈຕໍ່ບຸກຄົນໃນວົງການຕ່າງໆຂອງອາເມຣິກາທີ່ເອົາໃຈໃສ່ແລະສະໜັບສະໜູນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາເປັນໄລຍະຍາວ.

ຄະນະກຳມະການທົ່ວປະເທດການຄ້າອາເມຣິກາ-ຈີນສ້າງຕັ້ງຂຶ້ນໃນປີ 1973 ໂດຍມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນອາເມຣິກາ, ແມ່ນອົງການຈັດຕັ້ງການຄ້າຕໍ່ຈີນຂອງປະຊາຊົນທີ່ອາເມຣິກາສ້າງຕັ້ງຂຶ້ນເປັນການສະເພາະກ່ອນທີ່ສອງປະເທດສ້າງສາຍພົວພັນທາງການທູດ, ສຸມກຳລັງຊຸກຍູ້ການຂະຫຍາຍການພົວພັນແລະການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາ.