ຈີນໄດ້ສົ່ງດາວທຽມອ້ອມໜ່ວຍໂລກເລກ41ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2023-12-16 16:34:54 cri


   ເວລາ 21:41 ຂອງວັນທີ 15 ທັນວານີ້, ຈີນໄດ້ສົ່ງດາວທຽມອ້ອມໜ່ວຍໂລກເລກ41ຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານອະວະກາດເລກ 6 ລະບົບຊາງເຈີ່ງ 5 ຢູ່ສູນຍິງສົ່ງຍານອະວະກາດເວີນຊ່າງແຂວງໄຫຫຼຳ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າຢ່າງສະດວກ, ໜ້າທີ່ຍິງສົ່ງເທື່ອນີ້ໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ.

   ດາວທຽມອ້ອມໜ່ວຍໂລກເລກ41ແມ່ນດາວທຽມທີ່ຄວບຄຸມທາງໄກດ້ວຍແສງຕາເວັນຕາມວົງໂຄຈອນສູງ,ຕົ້ນຕໍແມ່ນນຳໃຊ້ເຂົ້າໃນຂົງເຂດຕ່າງໆເຊັ່ນ: ສຳຫຼວດດິນແດນແຫ່ງຊາດ, ປະເມີນຜົນການຜະລິດກະສິກຳ, ຕິດຕາມແລະປົວແປງສິ່ງແວດລ້ອມ, ແຈ້ງສະພາບອຸຕຸນິຍົມແລະເຕືອນໄພ, ປ້ອງກັນແລະຫຼຸດຜ່ອນໄພພິບັດແບບສັງລວມ ແລະອື່ນໆ,ສາມາດສະໜອງການບໍລິການດ້ານຂໍ້ມູນຂ່າວສານໃຫ້ແກ່ການສ້າງສາເສດຖະກິດແຫ່ງຊາດ.