ທ່ານ ຫວາງຢີ້ ຕ້ອນຮັບການເຂົ້າຢ້ຽບຄຳນັບແບບລວມໝູ່ຂອງຄະນະຜູ້ແທນກະຊວງການຕ່າງປະເທດອາຣັບບີ ຊາອຸດິດແລະອີຣານ

2023-12-16 17:09:18 cri

      ວັນທີ 15 ທັນວານີ້, ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ຕ້ອນຮັບການເຂົ້າຢ້ຽບຄຳນັບແບບລວມໝູ່ຂອງທ່ານ ວາລິດ ເອັກເຮເຣຈີ ຮອງລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອຸດິດ ແລະ ທ່ານ ອາລີ ບາເກຣີ ຄານີ ຮອງລັດຖະມົນຕີກະຊວງການຕ່າງປະເທດອີຣານທີ່ມາເຂົ້າຮ່ວມກອງປະຊຸມຄະນະກຳມະການປະສົມ 3 ຝ່າຍຈີນ,ອາຣັບບີ ຊາອຸດິດແລະອີຣານຄັ້ງທຳອິດຢູ່ຈີນ.

     ທ່ານ ຫວາງຢີ້ ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄະນະກຳມະການປະສົມ 3 ຝ່າຍຈີນ,ອາຣັບບີ ຊາອຸດິດແລະອີຣານຄັ້ງທຳອິດໄດ້ປະສົບຜົນສຳເລັດຢ່າງຈົບງາມແລະກ່າວວ່າຈີນສະໜັບສະໜູນປະຊາຊົນຕາເວັນອອກກາງສະແຫວງຫາເສັ້ນທາງແຫ່ງການພັດທະນາຢ່າງເປັນເຈົ້າຕົນເອງແລະເປັນເອກະລາດມາໂດຍຕະຫຼອດ,ສະໜັບສະໜູນປະເທດຕາເວັນອອກກາງສາມັກຄີກັນແລະປະສານງານກັນເພື່ອແກ້ໄຂບັນຫາຄວາມໝັ້ນຄົງຂອງພາກພື້ນ,ສະໜັບສະໜູນອາຣັບບີ ຊາອຸດິດແລະອີຣານໃນການຊຸກຍູ້ຂະບວນການປັບປຸງການພົວພັນລະຫວ່າງສອງຝ່າຍໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

      ທ່ານ ຫວາງຢີ້ ໄດ້ໃຫ້ຂໍ້ສະເໜີ 3 ຂໍ້ກ່ຽວກັບການສືບຕໍ່ຊຸກຍູ້ຂະບວນການປັບປຸງການພົວພັນລະຫວ່າງສອງຝ່າຍໃຫດີຂຶ້ນຄື: ຍຶດໝັ້ນຍຸດທະສາດຄວາມປອງດອງກັນໂດຍບໍ່ຫວັ່ນໄຫວຄອນແຄນ,ຊຸກຍູ້ຂະບວນການປັບປຸງການພົວພັນລະຫວ່າງສອງຝ່າຍໃຫ້ດີຂຶ້ນຕື່ມອີກແລະລຶບລ້າງສິ່ງລົບກວນຈາກພາຍນອກ.

      ທ່ານ ວາລິດ ເອັກເຮເຣຈີ ແລະ ທ່ານ ອາລີ ບາເກຣີ ຄານີ ຂອບໃຈຕໍ່ຈີນທີ່ເປັນຜູ້ຈັດກອງປະຊຸມຄັ້ງນີ້ແລະກ່າວວ່າອາຣັບບີ ຊາອຸດິດແລະອີຣານຊົມເຊີຍແລະສະໜັບສະໜູນຈີນທີ່ຈະເສີມຂະຫຍາຍບົດບາດທີ່ໃຫຍ່ຫຼວງກວ່າເກົ່າໃນການພັດທະນາຂອງເຂດຕາເວັນອອກກາງ.