ທ່ານສີຈິ້ນຜິງລົງສຳຫຼວດວຽກງານຢູ່ເຂດກວາງຊີແລະກ່າວເນັ້ນວ່າ:ບາກບັ່ນສູ້ຊົນສ້າງຄວາມທັນສະໄໝແບບຈີນຢູ່ເຂດກວາງຊີ

2023-12-16 16:28:49 cri


   ໃນເວລາສຳຫຼວດວຽກງານຢູ່ເຂດກວາງຊີໃນຫວ່າງມໍ່ໆນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະການສູນກາງຈີນກ່າວເນັ້ນວ່າ: ກວາງຊີຕ້ອງຈັດຕັ້ງປະຕິບັດແນວຄິດໃໝ່ໃນການພັດທະນາຢ່າງສົມບູນ ຖືກຕ້ອງແລະຮອບດ້ານ, ກຳແໜ້ນຫນ້າທີ່ຕົ້ນຕໍທີ່ພັດທະນາດ້ວຍຄຸນນະພາບສູງແລະຫນ້າທີ່ ຍຸດທະສາດທີ່ສ້າງສະພາບການພັດທະນາອັນໃໝ່, ເສີມຂະຫຍາຍທ່າແຮງ ຂອງຕົນ,ຖືການຍຶດໝັ້ນສະຕິສ້າງປະຊາຄົມຮ່ວມຂອງປະຊາຊາດຈີນເປັນຫຼັກ, ປົດປ່ອຍຄວາມຄິດ, ປະດິດສ້າງແລະສະແຫວງຫາການປ່ຽນແປງ, ອວ່າຍໜ້າໄປສູ່ທະເລເພື່ອສ້າງຄວາມເຂັ້ມແຂງໃຫ້ຕົນເອງ, ເປີດປະຕູເພື່ອການພັດທະນາ, ພະຍາຍາມສ້າງຜົນງານທີ່ໃຫຍ່ຫຼວງກວ່າເກົ່າໃນການຊຸກຍູ້ການພັດທະນາເຂດຊົນເຜົ່າຕາມຊາຍແດນຢ່າງມີຄຸນນະພາບສູງ, ແລະໄດ້ຮັບຄວາມຄືບຫນ້າໃຫມ່ໃນການສ້າງສາເຂດກວາງຊີທີ່ສວຍງາມຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ບາກບັ່ນສູ້ຊົນເພື່ອສ້າງຄວາມທັນສະໄໝແບບຈີນຢູ່ເຂດກວາງຊີ.