ກະຊວງການຕ່າງປະເທດຈີນ: ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ປະເທດຈຳນວນໜຶ່ງທີ່ແຊກແຊງວຽກງານການບໍລິຫານຕາມກົດໝາຍຂອງເຂດຮົງກົງ

2023-12-16 15:10:27 CRI

 

ວັນທີ 15 ທັນວານີ້, ໂດຍແນໃສ່ເລື່ອງທີ່ອາເມຣິກາແລະອັງກິດກ່າວຕາມລຳພັງໃຈກ່ຽວກັບຕຳຫຼວດຮົງກົງປະກາດຈັບຕົວບຸກຄົນຕໍ່ຕ້ານລັດຖະບານແລະກໍ່ຄວາມວຸ້ນວາຍຢູ່ຮົງກົງທີ່ໜີໄປຕ່າງປະເທດ 5 ຄົນ, ທ່ານນາງມາວນີງ, ໂຄສົກກະຊວງການຕ່າງປະເທດຈີນກ່າວຕອບໂຕ້ວ່າ: ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະການຄັດຄ້ານຢ່າງເດັດດ່ຽວຕໍ່ປະເທດຈຳນວນໜຶ່ງທີ່ໄດ້ໃສ່ຮ້າຍປ້າຍສີ

ກົດໝາຍວ່າດ້ວຍການປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງເຂດຮົງກົງ, ແລະແຊກແຊງວຽກງານການບໍລິຫານຕາມກົດໝາຍຂອງເຂດພິເສດຮົງກົງຢ່າງບັງອາດ, ເຕືອນໃຫ້ປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງຈີນແລະການບໍລິຫານຕາມກົດໝາຍຂອງຮົງກົງ, ຍຸດຕິການແຊກແຊງວຽກງານພາຍໃນຂອງຈີນ.

 

ທ່ານນາງມາວນິງກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວວ່າ: “ບຸກຄົນຕໍ່ຕ້ານລັດຖະບານແລະກໍ່ຄວາມວຸ້ນວາຍຢູ່ຮົງກົງທີ່ໜີໄປຕ່າງປະເທດ 5 ຄົນນີ້ຖືກກ່າວຫາຍ້ອນການທຳລາຍຄວາມໝັ້ນຄົງແຫ່ງຊາດ, ຕຳຫຼວດຮົງກົງປະກາດຈັບຕົວເຂົາເຈົ້າຕາມກົດໝາຍນັ້ນ, ແມ່ນມາດຕະການທີ່ຈຳເປັນແລະຊອບທຳ, ສອດຄ່ອງກັບກົດໝາຍສາກົນແລະຮີດສາກົນ, ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງປະເທດອື່ນໆເຊິ່ງລວມທັງອາເມຣິກາແລະອັງກິດກໍລ້ວນແຕ່ມີບົດບາດຢູ່ຕ່າງປະເທດຄືກັນ. ”