ຫຼາຍສະຖາບັນການເງິນຕ່າງປະເທດມີຄວາມເຫັນໄປໃນແງ່ດີຕໍ່ເສດຖະກິດຈີນໃນປີ 2024

2023-12-17 14:50:13 cri

 

ເມື່ອບໍ່ດົນມານີ້, ຫຼາຍສະຖາບັນການເງິນຕ່າງປະເທດໄດ້ເປີດເຜີຍບົດລາຍງານຈ້ອງມອງເບິ່ງເສດຖະກິດມະຫາພາກຂອງຈີນປີ 2024. ບັນດາສະຖາບັນການເງິນຕ່າງປະເທດເຫັນວ່າ: ການລົງທຶນຈະສືບຕໍ່ເພີ່ມຂຶ້ນ, ການບໍລິໂພກຈະຮັກສາການຟື້ນຕົວ, ການສົ່ງອອກຈະປັບປຸງໃຫ້ດີຂຶ້ນ, ເຊິ່ງເປັນການສົ່ງສັນຍານທີ່ດີອອກມາຢ່າງຕໍ່ເນື່ອງສະແດງໃຫ້ເຫັນວ່າ: ເສດຖະກິດມະຫາພາກຂອງຈີນໃນປີ 2024 ຈະໄດ້ຮັບການຟື້ນຟູ ແລະມີຄວາມໝັ້ນທ່ຽງຕື່ມອີກ.

 

ກຸ່ມທະນາຄານສະວິດ ຫຼືUBSໄດ້ເປີດເຜີຍ “ບົດລາຍງານຈ້ອງມອງເບິ່ງເສດຖະກິດຈີນປີ 2024 ຫາ 2025” ໂດຍລະບຸວ່າ: ຄາດວ່າໃນປີ 2024 ລາຍຮັບຕົວຈິງຂອງປະຊາຊົນຈີນຈະສືບຕໍ່ເພີ່ມຂຶ້ນ, ເຊິ່ງຈະຊຸກຍູ້ການເຕີບໂຕຂອງການບໍລິໂພກ. ໃນຂະແໜງການຜະລິດ, ການລົງທຶນກ່ຽວກັບການຫັນປ່ຽນສີຂຽວຈະຮັກສາທ່າອຽງເພີ່ມຂຶ້ນຢ່າງເຂັ້ມແຂງ.

 

ບໍລິສັດເຈພີ ໂມການໄດ້ເປີດເຜີຍ “ບົດລາຍງານຈ້ອງມອງເບິ່ງເສດຖະກິດມະຫາພາກຈີນປີ 2024” ໂດຍລະບຸວ່າ: ການບໍລິໂພກຂອງຈີນໃນປີ 2024 ຈະຮັກສາທ່າອຽງການຟື້ນຕົວໃນປີ 2023.

 

ຫົວໜ້ານັກເສດຖະກິດຈີນຂອງບໍລິສັດຫຼັກຊັບໂນມຸຣາທີ່ເປັນບໍລິສັດຫຼັກຊັບໃຫຍ່ທີ່ສຸດຂອງຍີ່ປຸ່ນໄດ້ໃຫ້ສຳພາດວ່າ: ເສດຖະກິດຈີນມີຫຼາຍໂອກາດການເຕີບໂຕ, ການຫັນເປັນຕົວເມືອງຂອງຈີນຈະມີການປັບປຸງຄັ້ງໃໝ່ ເຊິ່ງເປັນໜຶ່ງໃນຈຸດເຕີມໂຕທີ່ສຳຄັນຂອງເສດຖະກິດຈີນໃນປີໜ້າ ຕະຫຼອດຮອດຫຼາຍປີຕໍ່ໜ້າ.