ຜູ້ອຳນວນການໃຫຍ່ WIPO ກ່າວວ່າ:ຄວາມສາມາດປະດິດສ້າງຂອງວິສາຫະກິດຈີນໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ

2023-12-17 11:24:28 CRI

   ຫວ່າງມໍ່ໆມານີ້, ໃນໄລຍະເຂົ້າຮ່ວມເວທີເປິກສາຫາລືສາກົນຊັບສິນທາງປັນຍາຊຽງໄຮ້ຄັ້ງທີ 20, ທ່ານດາເຣນ ຖັງ ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ ຫຼື WIPO ກ່າວວ່າ,ຈີນໄດ້ກາຍເປັນຫົວຈັກດ້ານຊັບສິນທາງປັນຍາອັນໜຶ່ງທີ່ແຂງແຮງທີ່ສຸດໃນໂລກ.



   ທ່ານດາເຣນ ຖັງກ່າວວ່າ: ໃນເວລາ 50 ປີຜ່ານມາ, ຈີນໄດ້ກາຍເປັນຜູ້ປະກອບສ່ວນໃຫຍ່ທີ່ສຸດໃນດ້ານຊັບສິນທາງປັນຍາຂອງໂລກ, ປັດຈຸບັນ ຈຳນວນຊັບສິນທາງປັນຍາທີ່ຈີນສະເໜີນັ້ນຫຼາຍກວ່າຍອດຈຳນວນທີ່ສະເໜີດ້ວຍປະເທດອື່ນໆທົ່ວໂລກ, ສິ່ງນີ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ ລັດຖະບານຈີນໃຫ້ຄວາມສຳຄັນຕໍ່ຊັບສິນທາງປັນຍາຫຼາຍ. ທ່ານເຫັນວ່າ, ບໍລິສັດຈີນບໍ່ພຽງແຕ່ຖືຊັບສິນທາງປັນຍາເປັນຮູບແບບຈົດທະບຽນ ຫຼື ສິດຕາມກົດໝາຍເທົ່ານັ້ນ, ຍັງໄດ້ນຳໃຊ້ຊັບສິນທາງປັນຍາມາຊຸກຍູ້ການເຕີບໂຕຂອງຕົນ, ສິ່ງນີ້ມີຜົນດີຫຼາຍຕໍ່ເສດຖະກິດຂອງຈີນ.