ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງສົມເດັດມີຊານ ອັນ ອາມັດ ອັນ ຈາເບີ ອັນຊາບາ ປະມຸກລັດກູເວດຄົນໃໝ່

2023-12-18 15:08:03 CRI

 

ວັນທີ 17 ທັນວານີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງສົມເດັດຊານ ອັນ ອາມັດ ອັນ ຈາເບີ ອັນຊາບາ ປະມຸກລັດກູເວດຄົນໃໝ່, ເພື່ອສະແດງຄວາມຊົມເຊີຍຕໍ່ສົມເດັດທີ່ໄດ້ຮັບຕຳແໜ່ງປະມຸກລັດກູເວດ.

 

ເນື່ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ໃນໄລຍະ 50 ກວ່າປີຜ່ານມາທີ່ຈີນ-ກູເວດໄດ້ສ້າງສາຍພົວພັນທາງການທູດເປັນຕົ້ນມາ, ການພົວພັນສອງຝ່າຍໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງ. ຈີນ-ກູເວດໄດ້ໃຫ້ການສະໜັບສະໜູນຢ່າງໜຽວແໜ້ນຕໍ່ກັນຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບບັນຫາທີ່ເປັນຜົນປະໂຫຍດແກນກາງຂອງກັນແລະກັນ, ການແລກປ່ຽນແລະການຮ່ວມມືໃນແຕ່ລະຂົງເຂດລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ມິດຕະພາບລະຫວ່າງປະຊາຊົນສອງປະເທດໄດ້ຮັບການປັບປຸງແລະເລິກເຊິ່ງກວ່າເກົ່າຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າໄດ້ເອົາໃຈໃສ່ໃນລະດັບສູງຕໍ່ການພັດທະນາການພົວພັນລະຫວ່າງຈີນ-ຄູເວດ, ຍິນດີພະຍາຍາມຮ່ວມກັບສົມເດັດ ມີຊານ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ-ກູເວດກ້າວເຂົ້າສູ່ລະດັບທີ່ສູງກວ່າເກົ່າ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດດີກວ່າເກົ່າ.