ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນເຂົ້າຮ່ວມພິທີສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີມາດາກາສະກາ

2023-12-18 14:47:52 cri

 

ວັນທີ 16 ທັນວານີ້, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານອັນດຣີ ຣາໂຈລິນາ ປະທານາທິບໍດີມາດາກາສະກາ, ທ່ານຮູສຸ່ນຮວາ ທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ເຂົ້າຮ່ວມພິທີສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີມາດາກາສະກາຂອງທ່ານຣາໂຈລິນາຢູ່ນະຄອນຫຼວງອັນຕານານາຣີໂວ. ວັນທີ 17 ທັນວານີ້, ທ່ານຣາໂຈລິນາໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຮູສຸ່ນຮວາຢູ່ນະຄອນຫຼວງອັນຕານານາຣີໂວ.

 

ທ່ານຮູສຸ່ນຮວາໄດ້ສົ່ງຄຳອວຍພອນໄຊອັນປະເສີດຂອງທ່ານສີຈິ້ນຜິງ ປະທານປະເທດຈີນເຖິງທ່ານຣາໂຈລິນາ ແລະກ່າວວ່າ: ຈີນໃຫ້ຄວາມສຳຄັນສູງຕໍ່ການພັດທະນາສາຍພົວພັນຈີນ-ມາດາກາສະກາ, ຍິນດີພະຍາຍາມຮ່ວມກັບມາດາກາສະກາ, ລົງເລິກການແລກປ່ຽນ ແລະການຮ່ວມມືໃນຂົງເຂດຕ່າງໆ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຈີນ-ມາດາກາສະກາຂຶ້ນສູ່ລະດັບໃໝ່.

 

ທ່ານຣາໂຈລິນາໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານສີຈິ້ນຜິງ ປະທານປະເທດຈີນທີ່ໄດ້ສົ່ງທູດພິເສດມາເຂົ້າຮ່ວມພິທີດັ່ງກ່າວ ແລະກ່າວວ່າ: ມາດາກາສະກາຍິນດີຮ່ວມກັບຈີນລົງເລິກການຮ່ວມມືໃນຂົງເຂດທີ່ສຳຄັນ ຄື: ກະສິກຳ, ອຸດສາຫະກຳ, ພະລັງງານ ແລະອື່ນໆ, ຊຸກຍູ້ການພົວພັນສອງຝ່າຍຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.