ທ່ານຫຼີສຽງລົງນາມໃນດຳລັດ ປະກາດ “ຂໍ້ກຳນົດວ່າດ້ວຍການຕິດຕາມແລະຄຸ້ມຄອງອົງການຊຳລະທີ່ບໍ່ແມ່ນທະນາຄານ”

2023-12-18 15:08:49 CRI

 

ຫວ່າງບໍ່ດົນມານີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ລົງນາມໃນລັດຖະບານດຳລັດ, ປະກາດ “ຂໍ້ກຳນົດວ່າດ້ວຍການຕິດຕາມແລະຄຸ້ມຄອງອົງການຊຳລະທີ່ບໍ່ແມ່ນທະນາຄານ”, ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະພາປີ 2024ເປັນຕົ້ນໄປ.

 

ໃນປີມໍ່ໆມານີ້, ອົງການຊຳລະທີ່ບໍ່ແມ່ນທະນາຄານຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ. ການວາງຂໍ້ກຳນົດບໍລິຫານສະເພາະ, ຈັດເອົາອົງການຊຳລະທີ່ບໍ່ແມ່ນທະນາຄານແລະວຽກງານຂອງອົງການຊຳລະທີ່ບໍ່ແມ່ນທະນາຄານເຂົ້າໃນການຕິດຕາມຄຸ້ມຄອງຕາມກົດໝາຍຕື່ມອີກ, ເຊິ່ງມີຈຸດປະສົງເພື່ອຊຸກຍູ້ໃຫ້ຂະແໜງການຊຳລະທີ່ບໍ່ແມ່ນທະນາຄານໄດ້ຮັບການພັດທະນາເປັນຢ່າງດີແລະເປັນແບບສະບັບ, ຮັບປະກັນສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຜູ້ນຳໃຊ້ຢ່າງແທ້ຈິງ, ເສີມຂະຫຍາຍບົດບາດຮັບໃຊ້ເສດຖະກິດຮູບປະທຳ, ຕອບສະໜອງຄວາມຕ້ອງການດ້ານການຊຳລະຫຼາຍແບບຂອງຜູ້ນຳໃຊ້ແລະອື່ນໆໄດ້ເປັນຢ່າງດີກວ່າເກົ່າ.