ທ່ານສີຈິ້ນຜິງສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງປະມຸກລັດກູເວດຄົນໃໝ່ກ່ຽວກັບການເຖິງແກ່ອະສັນຍະກຳຂອງສົມເດັດ ນາວາຟ ອະດີດປະມຸກລັດກູເວດ

2023-12-18 15:05:43 CRI

 

ວັນທີ 17 ທັນວານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງສົມເດັດມີຊານ ອັນ ອາມັດ ອັນ ຈາເບີ ອັນຊາບາ, ປະມຸກລັດກູເວດຄົນໃໝ່ກ່ຽວກັບການເຖິງແກ່ອະສັນຍະກຳຂອງສົມເດັດ ນາວາຟ ອັນ ອາມັດ ອັນ ຈາເບີ ອັນ ຊາບາ ອະດີດປະມຸກລັດກູເວດ. ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຕາງໜ້າລັດຖະບານຈີນ, ປະຊາຊົນຈີນແລະໃນນາມສ່ວນຕົວ, ຂໍສະແດງຄວາມໄວ້ອາໄລຢ່າງສຸດຊື້ງຕໍ່ການເຖິງແກ່ອະສັນຍະກຳຂອງສົມເດັດ ນາວາຟ, ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ເຄືອຍາດຂອງສົມເດັດ ນາວາຟແລະປະຊາຊົນຂອງກູເວດ.

 

ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ອອກວ່າ: ສົມເດັດ ນາວາຟເປັນທີ່ເຄົາລົບນັບຖືຂອງປະຊາຊົນກູເວດທີ່ສຸດ, ກ່ອນເຖິງແກ່ອະສັນຍະກຳເຄີຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນລະຫວ່າງຈີນ-ກູເວດ. ການເຖິງແກ່ອະສັນຍະກຳຂອງສົມເດັດແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຂອງປະຊາຊົນກູເວດ, ປະຊາຊົນຈີນກໍໄດ້ສູນເສຍເພື່ອນມິດທີ່ດີຜູ້ໜຶ່ງ, ລັດຖະບານຈີນແລະປະຊາຊົນຈີນທະນຸຖະໜອມມິດຕະພາບລະຫວ່າງຈີນ-ກູເວດທີ່ສຸດ.ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ-ກູເວດຈະສືບຕໍ່ໄດ້ຮັບການປັບປຸງແລະພັດທະນາຢ່າງແນ່ນອນ.

 

ວັນທີ 17 ທັນວານີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານອາມັດ ນາວາຟ ອາມັດ ອັນ ຊາບາ, ນາຍົກລັດຖະມົນຕີກູເວດກ່ຽວກັບການເຖິງແກ່ອະສັນຍະກຳຂອງສົມເດັດ ນາວາຟ ອະດີດປະມຸກລັດກູເວດເຊັ່ນດຽວກັນ.