ທ່ານຫວາງຢີ້ພົບປະກັບຮອງລັດຖະມົນຕີກະຊວງການຕ່າງປະເທດສປປເກົາຫຼີ

2023-12-19 13:53:58 CRI

 

ວັນທີ 18 ທັນວານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານປັກ ມິຢຸງ ໂຮ, ຮອງລັດຖະມົນຕີກະຊວງການຕ່າງປະເທດສປປເກົາຫຼີທີ່ເດີນທາງມາເຂົ້າຮ່ວມການເປິກສາຫາລືດ້ານການຕ່າງປະເທດລະຫວ່າງຈີນ-ສປປເກົາຫຼີຢູ່ນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານຫວາງຢີ້ກ່າວວ່າ: ພາຍໃຕ້ການຊີ້ນຳດ້ານຍຸດທະສາດແລະຄວາມເອົາໃຈໃສ່ດ້ວຍຕົນເອງຈາກຜູ້ນຳສູງສຸດຂອງສອງພັກສອງລັດ, ໄມຕີຈິດມິດຕະພາບທີ່ມີມູນເຊື້ອລະຫວ່າງຈີນ-ສປປເກົາຫຼີໄດ້ຮັບການສົ່ງເສີມຕື່ມອີກໃນຍຸກໃໝ່. ຈີນເບິ່ງໃນລະດັບຍຸດທະສາດແລະໄລຍະຍາວຕໍ່ການພົວພັນລະຫວ່າງຈີນ-ສປປເກົາຫຼີຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັບສປປເກົາຫຼີຊຸກຍູ້ໃຫ້ການພົວພັນດ້ານການຮ່ວມມືໄມຕີຈິດລະຫວ່າງຈີນ-ສປປເກົາຫຼີໄດ້ຮັບການພັດທະນາກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ.

 

ທ່ານບັກ ມິຢຸງ ໂຮກ່າວວ່າ: ອີງຕາມຈິດໃຈອັນສູງສົ່ງຂອງຜູ້ນຳສູງສຸດຂອງສອງພັກສອງລັດແລະຄວາມຮຽກຮ້ອງຕ້ອງການໃນຍຸກໃໝ່, ການພັດທະນາການພົວພັນລະຫວ່າງສປປເກົາຫຼີ-ຈີນລົງສູ່ລວງເລິກຢ່າງຕໍ່ເນື່ອງ, ແມ່ນຫຼັກໝັ້ນທີ່ໝັ້ນໜຽວບໍ່ປ່ຽນແປງຂອງສປປເກົາຫຼີ. ສປປເກົາຫຼີຈະສືບຕໍ່ເພີ່ມທະວີການປະສານງານຫຼາຍຝ່າຍກັບຈີນ, ປົກປ້ອງຜົນປະໂຫຍດຮ່ວມກັນ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ.