ເຄັບລັບແຫ່ງການພັດທະນາຂອງຈີນ: ຈາກການປະຕິຮູບແລະເປີດປະຕູສູ່ພາຍນອກຮອດການລົງເລິກການປະຕິຮູບແລະເປີດປະຕູສູພາຍນອກຢ່າງຮອບດ້ານ

2023-12-19 17:08:34 cri


ເມື່ອ 45 ປີກ່ອນ, ທ່ານເຕີ້ງສ້ຽວຜິງ ຜູ້ນຳປະເທດຈີນໃນເວລານັ້ນໄດ້ຕົກລົງດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ ເຊິ່ງຖືກຍ້ອງຍໍວ່າເປັນຂໍກຸນແຈສຳຄັນທີ່ໄດ້ຕັດສິນຊາຕາກຳຂອງຈີນໃນຍຸກປັດຈຸບັນ. ເມື່ອ 10 ປີກ່ອນ ຄືປີ 2013, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ນຳໃຊ້ມາດຕະການຕ່າງໆເພື່ອລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານ ເຊິ່ງເປັນຂໍກຸນແຈສຳຄັນອີກອັນໜຶ່ງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.

ໃນໄລຍະ 10 ປີຜ່ານມານີ້, ໂດຍຜ່ານການລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ປະຊາຊົນຜູ້ທຸກຍາກເກືອບ 100 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານ, ໄດ້ສ້າງລະບົບການສຶກສາ, ການປະກັນສັງຄົມ ແລະ ສາທາລະນະສຸກການປິ່ນປົວພະຍາດທີ່ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ. ໃນໄລຍະ 10 ປີຜ່ານມານີ້, ຈີນຍັງໄດ້ສ້າງລະບົບອຸດສາຫະກຳທີ່ທັນສະໄໝ, ໄດ້ຊຸກຍູ້ການປະຕິຮູບແບບສີຂຽວ, ໄດ້ດຳເນີນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ໄດ້ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງ ແລະອື່ນໆ. ປີ 2022, ຈີນໄດ້ກຳນົດເອົາການລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານເປັນແຮງຂັບເຄື່ອນພື້ນຖານໃນການຊຸກຍູ້ຄວາມທັນສະໄໝແບບຈີນ ແລະ ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.



ພ້ອມກັນນັ້ນ, ຍັງມີການເປີດປະຕູສູ່ພາຍນອກດ້ວຍຄຸນນະພາບສູງ. ທ່ານສີຈິ້ນຜິງເຫັນວ່າ: ການເປີດປະຕູສູ່ພາຍນອກໄດ້ນຳມາເຊິ່ງຄວາມກ້າວໜ້າ, ການປິດລ້ອມຈະຕົກຢູ່ໃນຄວາມຫຼ້າຫຼັງຢ່າງແນ່ນອນ. ໃນໄລຍະ 10 ປີຜ່ານມານີ້, ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທ່ານສີຈິ້ນຜິງເປັນຜູ້ສະເໜີນັ້ນ ໄດ້ມີຫຼາຍກວ່າ 150 ປະເທດແລະ 30 ກວ່າອົງການຈັດຕັ້ງສາກົນໄດ້ລົງນາມໃນເອກະສານການຮ່ວມມື 230 ກວ່າສະບັບ, ຈີນໄດ້ສ້າງຕັ້ງເຂດທົດລອງການຄ້າເສລີ 23 ແຫ່ງ, ໄດ້ຈັດງານວາງສະແດງສິນຄ້ານຳເຂົ້າຄັ້ງທຳອິດຢູ່ໃນໂລກ, ງານວາງສະແດງສິນຄ້າບໍລິໂພກສາກົນ ແລະ ງານວາງສະແດງຊຸກຍູ້ຕ່ອງໂສ້ການສະໜອງສາກົນ.

ທ່ານສີຈິ້ນຜິງໄດ້ໃຫ້ຄຳໝັ້ນສັນຍາຕໍ່ໂລກວ່າ: ຄວາມຕັດສິນໃຈໃນການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຈະບໍ່ມີການປ່ຽນແປງ, ຄວາມຕັດສິນໃຈໃນການແບ່ງປັນໂອກາດການພັດທະນາໃຫ້ກັບໂລກຈະບໍ່ມີການປ່ຽນແປງ, ຄວາມຕັດສິນໃຈໃນການຊຸກຍູ້ໃຫ້ເສດຖະກິດໂລກາພິວັດພັດທະນາໄປສູ່ທິດທາງທີ່ເປີດກວ້າງ, ກວມລວມ, ມີຜົນປະໂຫຍດທົ່ວໄປ, ດຸນດ່ຽງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ.

    ນັບແຕ່ຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ຈີນໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກຫຼາຍກວ່າ 30%, ບໍ່ວ່າແມ່ນປະເທດທີ່ພັດທະນາແລ້ວຫຼືປະເທດພວມພັດທະນາ, ກໍໄດ້ຮັບໂອກາດທີ່ໃຫຍ່ຫຼວງຈາກການພັດທະນາຂອງເສດຖະກິດຈີນ ເຊິ່ງເປັນການກະຕຸກຊຸກຍູ້ຄວາມມີຊີວິດຊີວາອັນໃໝ່ຂອງເສດຖະກິດໂລກ.



ການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນໄດ້ຊອກເຫັນເສັ້ນທາງທີ່ທັນສະໄໝແບບໃໝ່ທີ່ຕ່າງກັບຝ່າຍຕາເວັນຕົກແຕ່ຍິ່ງສອດຄ່ອງກັບການພັດທະນາຂອງຕົນ ເຊິ່ງເປັນການຄັດເລືອກໃໝ່ໃຫ້ແກ່ປະເທດແລະຊົນຊາດຢູ່ໃນໂລກທີ່ຫວັງຢາກພັດທະນາພ້ອມທັງຫວັງຢາກຮັກສາຄວາມເປັນເອກະລາດຂອງຕົນເພື່ອກ້າວເດີນໄປສູ່ຄວາມທັນສະໄໝ.