ທ່ານສີຈິ້ນຜິງຮັບຟັງລາຍງານວຽກງານຕະຫຼອດປີຂອງທ່ານຫຼີເຈ່ຍຊ່່າວ

2023-12-19 14:57:14 cri

 

ຕອນບ່າຍວັນທີ 18 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫຼີເຈ່ຍຊ່າວ ຜູ້ວ່າການເຂດບໍລິຫານພິເສດຮົງກົງທີ່ເຂົ້າມາລາຍງານວຽກງານຢູ່ຫ້ອງການຢີງທາຍທຳນຽບຈົ່ງນານໄຫນະຄອນຫຼວງປັກກິ່ງ ແລະຮັບຟັງທ່ານຫຼີເຈ່ຍຊ່າວລາຍງານສະພາບການຂອງຮົງກົງໃນປັດຈຸບັນນີ້ ລວມທັງສະພາບວຽກງານຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງ.

 

ທ່ານສີຈິ້ນຜິງກ່າວວ່າ: ໃນປີຜ່ານມານີ້, ທ່ານຫຼີເຈ່ຍຊ່າວ ຜູ້ວ່າການເຂດບໍລິຫານພິເສດຮົງກົງໄດ້ນຳພາອົງການປົກຄອງທ້ອງຖິ່ນ, ເດັດດ່ຽວປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ສ້າງລະບົບສະພາເຂດຮົງກົງຄືນໃໝ່, ເພີ່ມທະວີພະລັງແຮງການພັດທະນາຢ່າງບໍ່ຢຸດຢັ້ງ, ພະຍາຍາມແກ້ໄຂບັນຫາຫຍຸ້ງຍາກຂອງປະຊາຊົນ, ປັບປຸງທ່າອຽງຈາກຄວາມວຸ້ນວາຍໄປສູ່ຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ໃຫ້ເຂດບໍລິຫານພິເສດຮົງກົງຫັນຈາກຄວາມເປັນລະບຽບຮຽບຮ້ອຍໄປສູ່ຄວາມຈະເລີນຮຸ່ງເຮືອງ. ລັດຖະບານສູນກາງຈີນຕີລາຄາສູງຕໍ່ວຽກງານຂອງທ່ານຫຼີເຈ່ຍຊ່າວ ແລະອົງການປົກຄອງເຂດບໍລິຫານພິເສດຮົງກົງ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໃນຍຸກໃໝ່ ແລະຂະບວນການໃໝ່, ລັດຖະບານສູນກາງຈີນຈະຈັດຕັ້ງປະຕິບັດທິດທາງນະໂຍບາຍ “ປະເທດດຽວ ສອງລະບອບ” ຢ່າງຮອບດ້ານ, ຖືກຕ້ອງ, ເດັດດ່ຽວ ແລະໝັ້ນໜຽວບໍ່ປ່ຽນແປງເປັນເວລາຍາວນານ, ຈັດຕັ້ງປະຕິບັດຫຼັກການ “ຜູ້ຮັກຊາດປົກຄອງເຂດບໍລິຫານພິເສດຮົງກົງ” ຢ່າງຮອບດ້ານ, ຊຸກຍູ້ໃຫ້ຮົງກົງບັນລຸການພັດທະນາດີກວ່າເກົ່າ.