ນາຍົກຣັດເຊຍຈະເດີນທາງມາຈີນເພື່ອເຂົ້າຮ່ວມການພົບປະປະຈຳຄັ້ງທີ 28 ລະຫວ່າງນາຍົກລັດຖະມົນຕີຈີນ-ຣັດເຊຍ

2023-12-19 16:56:02 cri


   ວັນທີ 17 ທັນວານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນກອງປະຊຸມຖະແຫຼງຂ່າວວ່າ: ຕອບສະໜອງຕາມຄຳເຊີນຂອງທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານມີຄາອີວ ວະລາດີເມຍໂຣວິກ ມີຊູສຕັນ ນາຍົກລັດຖະມົນຕີຣັດເຊຍຈະເດີນທາງມາຈີນເພື່ອເຂົ້າຮ່ວມການພົບປະປະຈຳຄັ້ງທີ28 ລະຫວ່າງນາຍົກລັດຖະມົນຕີຈີນ-ຣັດເຊຍໃນວັນທີ19ຫາ20ທັນວານີ້.

   ທ່ານວ່າງເວີນປິ່ນແນະນຳໃຫ້ຮູ້ວ່າ: ການພົບປະປະຈຳປີລະຫວ່າງນາຍົກລັດຖະມົນຕີຈີນ-ຣັດເຊຍແມ່ນກົນໄກສຳຄັນໃນການຊຸກຍູ້ແລະຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດແລະປະສານສົມທົບການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆລະຫວ່າງສອງຝ່າຍ,ໄດ້ຈັດຂຶ້ນໃນແຕ່ລະປີນັບຕັ້ງແຕ່ສ້າງຕັ້ງຂຶ້ນເມື່ອປີ1996ເປັນຕົ້ນມາ. ໃນໄລຍະຈັດການພົບປະຄັ້ງນີ້,ສອງຝ່າຍຈະແລກປ່ຽນຄວາມເຫັນກ່ຽວກັບການພົວພັນສອງຝ່າຍ,ການຮ່ວມມືທີ່ຕິດແທດຕົວຈິງແລະບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຢ່າງເລິກເຊິ່ງ.