ທ່ານສີຈິ້ນຜິງໃຫ້ທິດຊີ້ນຳທີ່ສຳຄັນກ່ຽວກັບແຜ່ນດິນໄຫວຂັ້ນ 6,2 ລິກເຕີທີ່ເກີດຂຶ້ນຢູ່ເມືອງຈີສືຊ່ານ ກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລີນເຊ້ຍແຂວງກ່ານຊູ້ຂອງຈີນ

2023-12-19 13:55:42 CRI

ໃນເວລາ 23 ໂມງ 59 ນາທີຂອງວັນທີ 18 ທັນວານີ້ຕາມເວລານະຄອນຫຼວງປັກກິ່ງ, ຢູ່ເມືອງຈີສືຊານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລີນເຊ້ຍແຂວງກ່ານຊູ້ຈີນໄດ້ເກີດແຜ່ນດິນໄຫວຂັ້ນ 6,2 ລິກເຕີ, ຈຸດໃຈກາງແຜ່ນດິນໄຫວເລິກລົງໄປໃຕ້ດິນປະມານ 10 ກິໂລແມັດ. ມາຮອດປັດຈຸບັນ, ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 100 ຄົນຢູ່ແຂວງກ່ານຊູ້ແລະເສຍຊີວິດ11 ຄົນຢູ່ແຂວງຊີ່ງໄຫ, ພື້ນຖານໂຄງລ່າງຈຳນວນໜຶ່ງດ້ານນ້ຳ, ໄຟຟ້າ, ຄົມມະນາຄົມ, ການສື່ສານໂທລະຄົມແລະອື່ນໆໄດ້ຮັບຄວາມເສຍຫາຍ.

 

ຫຼັງຈາກເກີດແຜ່ນດິນໄຫວແລ້ວ, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເອົາໃຈໃສ່ໃນລະດັບສູງແລະໃຫ້ທິດຊີ້ນຳທີ່ສຳຄັນວ່າ: ຕ້ອງອອກແຮງສຸດຂີດເພື່ອດຳເນີນການກູ້ໄພ, ຈັດວາງປະຊາຊົນທີ່ປະສົບໄພຢ່າງເໝາະສົມ, ພະຍາຍາມສຸດຂີດເພື່ອຮັບປະກັນຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນ. ທ່ານຫຼີສຽງ, ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ນາຍົກລັດຖະມົນຕີຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນ.

 

ໂດຍອີງຕາມທິດຊີ້ນຳຂອງທ່ານສີຈິ້ນຜິງແລະຄວາມຮຽກຮ້ອງຂອງທ່ານຫຼີສຽງ, ຄະນະລັດຖະບານໄດ້ສົ່ງໜ່ວຍງານເດີນທາງໄປເຂດປະສົບໄພເພື່ອຊີ້ນຳການຈັດສັນດ້ານການກູ້ໄພແລະວຽກງານອື່ນໆ. ແຂວງກ່ານຊູ້ແລະແຂວງຊີ່ງໄຫໄດ້ຈັດຕັ້ງກຳລັງເພື່ອດຳເນີນການກູ້ໄພຊ່ວຍເຫຼືອ, ແລະແຈກຢາຍເຕັ້ນ, ຕຽງພັບ, ຜ້າຫົ່ມແລະອຸປະກອນກູ້ໄພອື່ນໆຂົນສົ່ງໄປຮອດເຂດປະສົບໄພ, ອອກແຮງສຸດຂີດເພື່ອດຳເນີນການຊ່ວຍເຫຼືອປະຊາຊົນທີ່ປະສົບໄພໃຫ້ດີ. ປັດຈຸບັນໄດ້ດຳເນີນວຽກງານຕ່າງໆດ້ານການກູ້ໄພແຜ່ນດິນໄຫວຢ່າງເປັນລະບຽບຮຽບຮ້ອຍ.