ຈີນອະນຸມັດງົບປະມານສຸກເສີນ 220 ລ້ານຢວນເພື່ອສະໜັບສະໜູນວຽກງານກູ້ໄພດ້ານກະສິກຳແລະຊົນລະປະທານຢູ່ເຂດປະສົບໄພແຜ່ນດິນໄຫວຂອງແຂວງກ່ານຊູ້ແລະແຂວງຊິ່ງໄຫ

2023-12-20 15:23:37 cri

      ວັນທີ 20 ທັນວານີ້,ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກະຊວງການເງິນຈີນວ່າ: ໂດຍແນໃສ່ເຫດການແຜ່ນດິນໄຫວລະດັບ 6,2 ລິກເຕີທີ່ເກີດຂຶ້ນຢູ່ເມືອງຈີ່ສືຊ່ານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລິນເຊ້ຍແຂວງກ່ານຊູ້ ໄດ້ເຮັດໃຫ້ພື້ນຖານໂຄງລ່າງດ້ານກະສິກຳ,ຄອກສັດແລະລະບົບຊົນລະປະທານຢູ່ແຂວງກ່ານຊູ້ແລະແຂວງຊິ່ງໄຫໄດ້ຮັບຄວາມເສຍຫາຍ.ວັນທີ 19 ທັນວານີ້, ກະຊວງການເງິນຈີນຮ່ວມກັບກະຊວງກະສິກຳແລະຊົນນະບົດຈີນ,ກະຊວງຊົນລະປະທານຈີນໄດ້ອະນຸມັດງົບປະມານສຸກເສີນຈຳນວນ 220 ລ້ານຢວນໃຫ້ແກ່ແຂວງກ່ານຊູ້ແລະແຂວງຊິ່ງໄຫເພື່ອນຳໃຊ້ເຂົ້າໃນການຕ້ານໄພແລະຫຼຸດຜ່ອນຜົນເສຍຫາຍດ້ານກະສິກຳແລະກູ້ໄພດ້ານຊົນລະປະທານ,ສະໜັບສະໜູນສອງແຂວງດັ່ງກ່າວເຮັດວຽກງານກູ້ໄພທີ່ກ່ຽວຂ້ອງໃຫ້ດີເຊັ່ນ:ສ້ອມແປງພື້ນຖານໂຄງລ່າງດ້ານການຜະລິດກະສິກຳ,ຄອກສັດ,ໜອງລ້ຽງປາແລະພື້ນຖານໂຄງລ່າງດ້ານຊົນລະປະທານເປັນຕົ້ນ.