ຄະນະກຳມະການການພັດທະນາແລະປະຕິຮູບແຫ່ງຊາດຈີນອະນຸມັດງົບປະມານສຸກເສີນ 250 ລ້ານຢວນໃຫ້ແກ່ເຂດປະສົບໄພແຜ່ນດິນໄຫວຂອງແຂວງກ່ານຊູ້ແລະແຂວງຊິ່ງໄຫ

2023-12-20 15:25:04 cri

     ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 19 ທັນວານີ້ວ່າ: ພາຍຫຼັງເກີດແຜ່ນດິນໄຫວຢູ່ເມືອງຈີ່ສືຊ່ານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລິນເຊ້ຍຂອງແຂວງກ່ານຊູ້ຈີນແລ້ວ, ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນໄດ້ດຳເນີນກົນໄກຮັບມືສຸກເສີນກ່ຽວກັບເຫດການທີ່ເກີດຂຶ້ນຢ່າງກະທັນຫັນ,ເຮັດວຽກຕ່າງໆໃຫ້ດີເຊັ່ນ:ການຮັບປະກັນຖ່ານຫີນ,ໄຟຟ້າ,ອາຍແກັສທຳມະຊາດແລະນ້ຳມັນເຊື້ອໄຟ,ການຂົນສົ່ງການຈັດສັນເຄື່ອງຊ່ວຍເຫຼືອສຸກເສີນ,ຮັບປະກັນການສະໜອງສິນຄ້າສຳຄັນທີ່ໃຊ້ໃນຊີວິດປະຈຳວັນແລະເຮັດໃຫ້ລາຄາສິນຄ້າຢູ່ເຂດປະສົບໄພມີຄວາມໝັ້ນທ່ຽງ;ໄດ້ອະນຸມັດງົບປະມານສຸກເສີນລວມທັງໝົດ 250 ລ້ານຢວນໃຫ້ແຂວງກ່ານຊູ້ແລະແຂວງຊິ່ງໄຫເພື່ອນຳໃຊ້ເຂົ້າໃນການສ້າງສາຄືນໃໝ່ຫຼັງຈາກເກີດໄພພິບັດ,ສະໜັບສະໜູນການຟື້ນຟູສຸກເສີນພື້ນຖານໂຄງລ່າງແລະໂຄງລ່າງດ້ານການບໍລິການສາທາລະນະຢູ່ເຂດປະສົບໄພ.