ຈັດການພົບປະປະຈຳຄັ້ງທີ28ລະຫວ່າງນາຍົກລັດຖະມົນຕີຈີນ-ຣັດເຊຍ

2023-12-20 16:12:36 cri


   ຕອນບ່າຍວັນທີ19ທັນວານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຮ່ວມກັບທ່ານມີຄາອີວ ວະລາດີເມຍໂຣວິກ ມີຊູສຕິນ ນາຍົກລັດຖະມົນຕີຣັດເຊຍເປັນປະທານການພົບປະປະຈຳຄັ້ງທີ28ລະຫວ່າງນາຍົກລັດຖະມົນຕີຈີນ-ຣັດເຊຍຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນທີ່ນະຄອນຫຼວງປັກກິ່ງ.

   ນາຍົກລັດຖະມົນຕີສອງປະເທດໄດ້ຢັ້ງຢືນຢ່າງເຕັມສ່ວນຕໍ່ວຽກງານທີ່ມີປະສິດທິຜົນສູງແລະຕິດແທດຕົວຈິງຂອງຄະນະກຳມະການຕ່າງໆຂອງສອງຝ່າຍໃນໜຶ່ງປີຜ່ານມາ. ສອງຝ່າຍມີຄວາມເຫັນເປັນເອກະພາບກັນວ່າ: ປັດຈຸບັນ ສອງປະເທດລ້ວນແຕ່ອອກແຮງພັດທະນາເພື່ອສ້າງຄວາມຈະເລີນຮຸ່ງເຮືອງ,ສອງຝ່າຍຕ້ອງຍົກສູງກຳລັງພາຍໃນເຂົ້າໃນການຂະຫຍາຍການພົວພັນຈີນ-ຣັດເຊຍຂຶ້ນຕື່ມອີກ,ເປີດກວ້າງການໄປມາຫາສູ່ກັນດ້ານການຄ້າແລະການຮ່ວມມືດ້ານກະສິກຳລະຫວ່າງສອງຝ່າຍ,ສ້າງສະພາບແວດລ້ອມດ້ານການດຳເນີນທຸລະກິດທີ່ດີກວ່າເກົ່າໃຫ້ແກ່ວິສາຫະກິດຂອງປະເທດຂອງກັນແລະກັນທີ່ມາລົງທຶນຢູ່ປະເທດຕົນ, ພ້ອມກັນປົກປັກຮັກສາຄວາມໝັ້ນຄົງດ້ານພະລັງງານຂອງສອງປະເທດ,ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນ,ເພີ່ມທະວີການແລກປ່ຽນລະຫວ່າງບຸກຄະລາກອນແລະການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ,ຮັບປະກັນຄວາມປອດໄພແລະຄວາມໝັ້ນຄົງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງ.