ວຽກງານກູ້ໄພແລະຊ່ວຍເຫຼືອຢູ່ເຂດປະສົບໄພຂອງເມືອງຈີ່ສືຊ່ານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລິນເຊ້ຍແຂວງກ່ານຊູ້ໄດ້ສິ້ນສຸດລົງໂດຍພື້ນຖານແລ້ວ

2023-12-20 15:26:15 cri

      ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກອງປະຊຸມຖະແຫຼງຂ່າວຂອງກອງບັນຊາການຕ້ານໄພແລະກູ້ໄພຂອງແຂວງກ່ານຊູ້ຈີນກ່ຽວກັບແຜ່ນດິນໄຫວລະດັບ 6,2 ລິກເຕີທີ່ເກີດຂຶ້ນຢູ່ເມືອງຈີ່ສືຊ່ານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລິນເຊ້ຍແຂວງກ່ານຊູ້ວ່າ: ນັບມາຮອດເວລາ 15 ໂມງຂອງວັນທີ 19 ທັນວານີ້, ວຽກງານກູ້ໄພແລະຊ່ວຍເຫຼືອຂອງແຂວງກ່ານຊູ້ໄດ້ສິ້ນສຸດລົງໂດຍພື້ນຖານແລ້ວ, ວຽກຈຸດສຸມໃນປັດຈຸບັນແມ່ນກອບກູ້ປິ່ນປົວຜູ້ໄດ້ຮັບບາດເຈັບແລະແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພ. ແຂວງກ່ານຊູ້ຈະເຮັດວຽກຕ້ານໄພແລະກູ້ໄພຕ່າງໆໃຫ້ດີຢ່າງຕໍ່ເນື່ອງ,ເພື່ອຮັບປະກັນຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນ.

     ນັບມາຮອດເວລາ 9 ໂມງຂອງວັນທີ 20 ທັນວານີ້, ແຜ່ນດິນໄຫວລະດັບ 6,2 ລິກເຕີທີ່ເກີດຂຶ້ນຢູ່ເມືອງຈີ່ສືຊ່ານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລິນເຊ້ຍເຮັດໃຫ້ປະຊາຊົນຂອງແຂວງກ່ານຊູ້ເສຍຊີວິດ 113 ຄົນແລະບາດເຈັບ 782 ຄົນ.