ໂຄສົກກະຊວງປ້ອງກັນປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບອາເມຣິກາຂາຍອາວຸດໃຫ້ໄຕ້ຫວັນ

2023-12-20 15:45:41 CRI

 

ຕາມຂ່າວລາຍງານວ່າ: ຫວ່າງມໍ່ໆມານີ້, ກົມຮ່ວມມືປ້ອງກັນຄວາມໝັ້ນຄົງແຫ່ງຊາດອາເມຣິກາປະກາດການຂາຍອາວຸດໃຫ້ໄຕ້ຫວັນມູນຄ່າ 300 ລ້ານໂດລາສະບັບໜຶ່ງ, ເພື່ອສະໜອງການບໍລິການດ້ານເຕັກນິກໃນໄລຍະນຳໃຊ້ແລະອຸປະກອນທີ່ກ່ຽວຂ້ອງດ້ານການບັນຊາການ, ການຄວບຄຸມ, ການສື່ສານແລະຄອມພິວເຕີ. ກ່ຽວກັບເລື່ອງນີ້, ວັນທີ 19 ທັນວານີ້, ທ່ານອູຊ່ຽນ, ໂຄສົກກະຊວງປ້ອງກັນປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມນັກຂ່າວວ່າ: ອາເມຣິກາຂາຍອາວຸດໃຫ້ໄຕ້ຫວັນຂອງຈີນ, ໄດ້ລະເມີດຫຼັກການປະເທດຈີນດຽວແລະຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາໂດຍສະເພາະແມ່ນຂໍ້ກຳນົດທີ່ລະບຸໄວ້ໃນຖະແຫຼງການ “17 ສິງຫາ” ເຊິ່ງໄດ້ທຳລາຍອະທິປະໄຕຂອງຈີນຢ່າງໜັກໜ່ວງ, ໄດ້ທຳລາຍສັນຕິພາບແລະສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ, ໄດ້ສົ່ງສັນຍານທີ່ຜິດພາດໃຫ້ກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”, ຈີນສະແດງຄວາມບໍ່ພໍໃຈທີ່ສຸດ, ຄັດຄ້ານຢ່າງເດັດດ່ຽວ. ຈີນຮຽກຮ້ອງໃຫ້ອາເມຣິກາຍຸດຕິຂາຍອາວຸດໃຫ້ໄຕ້ຫວັນແລະດຳເນີນການເຄື່ອນໄຫວຕິວຈິງອີງຕາມການສະແດງທ່າທີທີ່ບໍ່ສະໜັບສະໜູນ “ໄຕ້ຫວັນເປັນເອກະລາດ”, ຍຸດຕິແຊກແຊງວຽກງານພາຍໃນຂອງຈີນ, ຢ່າເດີນຕາມເສັ້ນທາງທີ່ຜິດພາດແລະເປັນອັນຕະລາຍນັບມື້ນັບໄກອອກກວ່າເກົ່າ.