ຈີນ: ຈີນຈະບໍ່ປິດປະຕູແຫ່ງການສົນທະນາ ແລະ ຕິດຕໍ່ພົວພັນກັບຟີລິບປິນ

2023-12-20 14:57:10 cri

 

    ຕາມຂ່າວລາຍງານວ່າ: ທ່ານເຟີດີນານ ໂຣມົວເດສ ມາໂກສ ປະທານາທິບໍດີຟີລິບປິນກ່າວວ່າ: ສາຍພົວພັນສອງຝ່າຍຟີລິບປິນ-ຈີນພວມເດີນຕາມເສັ້ນທາງທີ່ຜິດພາດ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເນັ້ນໜັກຢູ່ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 19 ທັນວານີ້ວ່າ: ຈີນຍິນດີຮ່ວມກັບຟີລິບປິນຄວບຄຸມຂໍ້ຂັດແຍ້ງຢ່າງເໝາະສົມຜ່ານການສົນທະນາ ແລະ ການເປິກສາຫາລື, ຈະບໍ່ປິດປະຕູແຫ່ງການສົນທະນາ ແລະ ຕິດຕໍ່ພົວພັນກັບຟີລິບປິນ.

    ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຈີນ ແລະ ຟີລິບປິນໄດ້ເກີດຂໍ້ຂັດແຍ້ງຕ່າງໆຢູ່ທະເລຈີນໃຕ້, ລ້ວນແຕ່ແມ່ນຍ້ອນຟີລິບປິນມີເຈດຕະນາລວ່ງລ້ຳອະທິປະໄຕຂອງຈີນ ແລະ ເກາະຜິດຈີນ, ກໍ່ເລື່ອງກັບຈີນ, ຄວາມຮັບຜິດຊອບຕ້ອງຢູ່ນຳຝ່າຍຟີລິບປິນ. ຈີນເດັດດ່ຽວປົກປັກຮັກສາອະທິປະໄຕດ້ານຜືນແຜ່ນດິນ, ສິດ ແລະ ຜົນປະໂຫຍດທາງທະເລຂອງຕົນ, ພ້ອມກັນນັ້ນ, ຈີນມີຈຸດຢືນທີ່ວ່າ: ຂໍ້ຂັດແຍ້ງທາງທະເລບໍ່ແມ່ນເລື່ອງທັງໝົດຂອງສາຍພົວພັນຈີນ-ຟີລິບປິນ. ຫວັງວ່າຟີລິບປິນຈະປະຕິບັດຄຳໝັ້ນສັນຍາທີ່ສົນທະນາກັນ, ເປິກສາຫາລືກັນ ແລະ ແກ້ໄຂຂໍ້ຂັດແຍ້ງຢ່າງເໝາະສົມໃຫ້ເປັນຮູບປະທຳ, ຮ່ວມກັບຈີນສຸມກຳລັງເຂົ້າໃນການພັດທະນາສາຍພົວພັນສອງຝ່າຍຢ່າງປອດໃສ ແລະ ໝັ້ນທ່ຽງ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.