ຫຼາຍປະເທດສະແດງຄວາມເຫັນໃຈກໍລະນີເກີດເຫດການຈີນແຜ່ນດິນໄຫວຢູ່ເມືອງຈີ່ສືຊ່ານແຂວງກ່ານຊູ້

2023-12-21 15:02:50 CRI

 

ພາຍຫຼັງເມືອງຈີ່ສືຊ່ານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລີນເຊ້ຍແຂວງກ່ານຊູ້ຈີນໄດ້ເກີດແຜ່ນດິນໄຫວຄວາມແຮງ 6,2ລິກເຕີໃນວັນທີ 18 ທັນວານີ້ແລ້ວ, ຫຼາຍປະເທດແລະອົງການຈັດຕັ້ງສາກົນໄດ້ສະແດງຄວາມເຫັນໃຈຈີນ.

 

ທ່ານຫວ່າງເວີນປີ່ນ  ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 20 ທັນວານີ້ວ່າ: ພາຍຫຼັງແຜ່ນດິນໄຫວເກີດຂຶ້ນແລ້ວ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ສົມເດັດໂນໂຣດົມ ສີຫະໂມນີ ເຈົ້າຊີວິດລາຊະອານາຈັກກຳປູເຈຍ, ທ່ານອາຣິຟ ອາວີ, ປະທານາທິບໍດີປາກິດສະຖານ,ທ່ານມີຄາອີວ ວະລາດີເມຍໂຣວິກ ມີຊູສຕິນ ນາຍົກລັດຖະມົນຕີຣັດເຊຍ, ທ່ານອັນໂຕນີໂອ ກູເຕີເຣັສ, ເລຂາທິໃຫຍ່ອົງການສະຫະປະຊາຊາດພ້ອມດ້ວຍຜູ້ນຳປະເທດຕ່າງໆເຊັ່ນ ອັຟການິດສະຖານ, ເນປານແລະອົງການຈັດຕັ້ງສາກົນອື່ນໆໄດ້ສະແດງຄວາມເຫັນໃຈຈີນດ້ວຍການສົ່ງໂທລະເລກ, ສົ່ງຈົດໝາຍແລະຮູບແບບອື່ນໆ. ຈີນສະແດງຄວາມຂອບໃຈຢ່າງຈິງຈິງຕໍ່ກັບເລື່ອງນີ້.