ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳຕໍ່ວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນ

2023-12-21 11:59:45 cri


    ກອງປະຊຸມວຽກງານຊົນນະບົດສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນລະຫວ່າງວັນທີ 19-20 ທັນວານີ້.

    ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳອັນສຳຄັນຕໍ່ວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນ. ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ການຊຸກຍູ້ຄວາມທັນສະໄໝແບບຈີນຕ້ອງຍຶດໝັ້ນເຮັດໃຫ້ພື້ນຖານດ້ານກະສິກຳມີຄວາມໜັກແໜ້ນຢ່າງບໍ່ລົດລະ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ. ຕ້ອງຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ແລະ ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ສຸມໃສ່ເປົ້າໝາຍທີ່ສ້າງປະເທດເຂັ້ມແຂງດ້ານກະສິກຳ, ຖືເອົາການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານເປັນພາລະໜ້າທີ່ສຳຄັນທີ່ສຸດຂອງວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນໃນຂະບວນການໃໝ່ຂອງຍຸກໃໝ່, ອີງຕາມສະພາບຕົວຈິງຂອງທ້ອງຖິ່ນຕ່າງໆ, ປະຕິບັດນະໂຍບາຍທີ່ແຕກຕ່າງ, ຊຸກຍູ້ໃຫ້ມີຄວາມຄືບໜ້າເທື່ອລະກ້າວ, ສຸມທຸກຄວາມພະຍາຍາມຢ່າງບໍ່ລົດລະເປັນເວລາຍາວນານ, ເຕົ້າໂຮມກຳລັງແຮງເພື່ອເຮັດວຽກງານຕົວຈິງທີ່ປະຊາຊົນຈັບບາຍໄດ້ ແລະ ໄດ້ຮັບຜົນປະໂຫຍດຢ່າງສຳເລັດຜົນ.