ການຮັບຮອງ “ອະນຸສັນຍາວ່າດ້ວຍອາວຸດປືນ” ແມ່ນມາດຕະການໃຫຍ່ທີ່ສຳຄັນອີກສະບັບໜຶ່ງຂອງການປະຕິບັດຕາມຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກຂອງຈີນ

2023-12-21 15:00:57 CRI

 

ຕາມຂ່າວລາຍງານວ່າ: ວັນທີ 19 ທັນວານີ້, ທ່ານຈ່າງຈວິ່ນ, ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ຍື່ນໃບຮັບຮອງກ່ຽວກັບ “ອະນຸສັນຍາວ່າດ້ວຍອາວຸດປືນ” ຕໍ່ທ່ານອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ. ອີງຕາມຫາງສຽງເຫັນວ່າ, ການຮັບຮອງ “ອະນຸສັນຍາວ່າດ້ວຍອາວຸດປືນ” ຂອງຈີນຈະຊ່ວຍເຫຼືອໃຫ້ການຮ່ວມມືດ້ານການຄວບຄຸມອາວຸດປືນລະຫວ່າງຈີນແລະປະເທດກຳລັງພັດທະນາໄດ້ຮັບຄວາມຄືບໜ້າທີ່ມີລັກສະນະທາດແທ້.

 

ວັນທີ 20 ທັນວານີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ: ການຮັບຮອງ “ອະນຸສັນຍາວ່າດ້ວຍອາວຸດປືນ” ແມ່ນມາດຕະການໃຫຍ່ທີ່ສຳຄັນອີກສະບັບໜຶ່ງໃນການປະຕິບັດຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກ, ການປະຕິບັດລັດທິຫຼາຍຝ່າຍ, ການປົກປັກຮັກສາສັນຕິພາບແລະສະຖຽນລະພາບໃນສາກົນແລະພາກພື້ນ. ໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລະສະມາຊິກໜຶ່ງທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຈີນຍິນດີຖືກເອົາການຮັບຮອງຄັ້ງນີ້ເປັນໂອກາດທີ່ດີ, ລົງເລິກການແລກປ່ຽນແລະການຮ່ວມມືໃນຂົງເຂດອາວຸດປືນເບົາແລະນ້ອຍກັບຝ່າຍຕ່າງໆຕື່ມອີກ, ໂດຍສະເພາະແມ່ນຊ່ວຍເຫຼືອປະເທດກຳລັງພັດທະນາເພີ່ມທະວີການສ້າງຄວາມສາມາດຂອງຕົນ, ປະຕິບັດຕາມແນວຄິດປະຊາຄົມຮ່ວມຊາຕາຕຳຂອງມວນມະນຸດດ້ວຍການກະທຳຕົວຈິງ.