ທ່ວງທ່າພື້ນຖານທີ່ເສດຖະກິດຈີນພັດທະນາໄປໃນທິດທາງທີ່ດີແລະພັດທະນາໄປໃນທິດທາງທີ່ດີເປັນໄລຍະຍາວນັ້ນບໍ່ມີການປ່ຽນແປງ

2023-12-22 14:45:23 CRI

 

ວັນທີ 21 ທັນວານີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມນັກຂ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ:ເງື່ອນໄຂທີ່ເປັນຜົນດີໃນການພັດທະນາຂອງຈີນແມ່ນເຂັ້ມແຂງກວ່າເງື່ອນໄຂທີ່ເປັນຜົນຮ້າຍ, ທ່ວງທ່າພື້ນຖານທີ່ເສດຖະກິດຈີນພັດທະນາໄປໃນທິດທາງທີ່ດີແລະພັດທະນາໄປໃນທິດທາງທີ່ດີເປັນໄລຍະຍາວນັ້ນບໍ່ມີການປ່ຽນແປງ, ເງື່ອນໄຂທີ່ເປັນຜົນດີດ້ານປັດໄຈໃນການສະໜັບສະໜູນການພັດທະນາທີ່ມີຄຸນນະພາບສູງຖືກສະສົມໄວ້ເພີ່ມຂຶ້ນຫຼາຍກວ່າເກົ່າຢ່າງບໍ່ຢຸດຢັ້ງ.

 

ຫວ່າງນີ້ບໍ່ດົນມານີ້, ທ່ານສະຕີເວນ ບາເນັດ, ຜູ້ແທນຜູ້ທີໜຶ່ງຂອງອົງການກອງທຶນເງິນຕາສາກົນຫຼື IMF ປະຈຳຈີນກ່າວໃນເວລາໃຫ້ສຳພາດວ່າ: ຈີນຈະປະກອບສ່ວນພະລັງແຮງໜຶ່ງສ່ວນສາມເຂົ້າໃນການເຕີບໂຕດ້ານເສດຖະກິດຂອງໂລກໃນປີ 2023, ແລະຄາດຄະເນວ່າເສດຖະກິດຈີນຈະຮັກສາການເຕີບໂຕໄດ້ເປັນຢ່າງດີໃນປີ 2024. ທ່ານຫວ່າງເວີນປີ່ນກ່າວກ່ຽວກັບເລື່ອງນີ້ວ່າ: ຫວ່າງມໍ່ໆມານີ້, ອົງການກອງທຶນເງິນຕາສາກົນ, ອົງການຈັດຕັ້ງການຮ່ວມມືແລະການພັດທະນາດ້ານເສດຖະກິດແລະອົງການຈັດຕັ້ງສາກົນອື່ນໆຫຼາຍແຫ່ງໄດ້ທະຍອຍກັນຍົກສູງຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2023, ເບິ່ງໄປໃນແງ່ດີຕໍ່ທ່າອ່ຽງການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2024. ຝ່າຍຕ່າງໆເຫັນໂດຍທົ່ວໄປວ່າ: ຈີນແມ່ນແຮງຂັບເຄື່ອນໃຫຍ່ທີ່ສຸດໃນການເຕີບໂຕດ້ານເສດຖະກິດຂອງໂລກ.