ຈະຫຼວດສົ່ງຍານ CZ-7-Y8 ຖືກເຄື່ອນຍ້າຍໄປຮອດສະໜາມຍິງສົ່ງຍານອະວະກາດເວີນຊ່າງຢ່າງປອດໄພ

2023-12-22 15:21:27 cri

 

    ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນເປີດເຜີຍໃຫ້ຮູ້ວ່າ: ຈະຫຼວດສົ່ງຍານ CZ-7-Y8 ທີ່ຈະປະຕິບັດພາລະກິດສົ່ງຍານອະວະກາດທ່ຽນໂຈ່ວ 7 ຂຶ້ນສູ່ອະວະກາດໄດ້ສຳເລັດວຽກງານຄົ້ນຄວ້າ ແລະ ຜະລິດທັງໝົດແລ້ວ ແລະ ໄດ້ຖືກເຄື່ອນຍ້າຍໄປຮອດສະໜາມຍິງສົ່ງຍານອະວະກາດເວີນຊ່າງແຂວງໄຫຫຼຳຈີນຢ່າງປອດໄພໃນວັນທີ 21 ທັນວານີ້.



    ຈາກນີ້ໄປ, ຈະຫຼວດສົ່ງຍານ CZ-7-Y8 ແລະ ຍານອະວະກາດຂົນສົ່ງເຄື່ອງທ່ຽນໂຈ່ວ 7 ທີ່ຖືກເຄື່ອນຍ້າຍໄປຮອດກ່ອນໜ້ານັ້ນຈະເຂົ້າສູ່ຂັ້ນຕອນການປະກອບ ແລະ ທົດລອງຢູ່ສະໜາມຍິງສົ່ງ.    

    ປັດຈຸບັນນີ້, ລະບົບຕ່າງໆທີ່ຈະນຳໃຊ້ເຂົ້າໃນການທົດລອງຂອງສະໜາມຍິງສົ່ງພວມດຳເນີນການກະກຽມຕາມແຜນເປັນກ້າວໆ.