ກະຊວງການຄ້າຈີນຕອບໂຕ້ເລື່ອງທີ່ອາເມຣິກາຈັດເອົາວິສາຫະກິດຈີນ 13 ແຫ່ງເຂົ້າໃນ“ບັນຊີລາຍຊື່ບໍ່ໄດ້ຜ່ານການກວດກາ”ດ້ານການຄຸ້ມຄອງການສົ່ງອອກ

2023-12-22 12:52:49 cri

   ໂດຍແນໃສ່ເລື່ອງທີ່ກະຊວງການຄ້າອາເມຣິກາຈັດເອົາວິສາຫະກິດຈີນ 13 ແຫ່ງເຂົ້າໃນ“ບັນຊີລາຍຊື່ບໍ່ໄດ້ຜ່ານການກວດກາ”ດ້ານການຄຸ້ມຄອງການສົ່ງອອກໃນຫວ່າງມໍ່ໆມານີ້, ໂຄສົກກະຊວງການຄ້າຈີນໄດ້ຕອບໂຕ້ຕໍ່ເລື່ອງນີ້ໃນວັນທີ 21 ທັນວານີ້ວ່າ:ຈີນໄດ້ໃຫ້ຄວາມສຳຄັນຕໍ່ສະພາບການທີ່ກ່ຽວຂ້ອງແລ້ວ. ການກະທຳຂອງອາເມຣິກາບໍ່ເອົາຫົວຊານຳຄວາມເປັນຈິງທີ່ສອງຝ່າຍມີການຮ່ວມມືກັນ,ທັງໄດ້ທຳລາຍພື້ນຖານການຮ່ວມມືສອງຝ່າຍ,ສະກັດກັ້ນບໍ່ໃຫ້ວິສາຫະກິດສອງຝ່າຍດຳເນີນກິດຈະການເສດຖະກິດການຄ້າທີ່ເປັນປົກກະຕິ,ທຳລາຍກະຕິກາຕະຫຼາດແລະລະບຽບດ້ານເສດຖະກິດການຄ້າສາກົນ,ຈີນໄດ້ຄັດຄ້ານຕໍ່ເລື່ອງນີ້ຢ່າງເດັດດ່ຽວ. ອາເມຣິກາຄວນຢຸດການໂຈມຕີຢ່າງໄຮ້ເຫດຜົນຕໍ່ວິສາຫະກິດຈີນໃນທັນທີ. ຈີນຈະປົກປ້ອງສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວໜຽວແໜ້ນ.