ນະໂຍບາຍຂອງຈີນທີ່ຮ່ວມກັບປະເທດສະມາຊິກອາຊຽນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້ບໍ່ມີການປ່ຽນແປງ

2023-12-22 15:22:36 cri

      


    ວັນທີ 21 ທັນວານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເວົ້າເຖິງບັນຫາຂໍ້ຂັດແຍ້ງທາງທະເລລະຫວ່າງຈີນ-ຟີລິບປິນ ແລະ ກ່າວຢ້ຳວ່າ:  ນະໂຍບາຍຂອງຈີນທີ່ຮ່ວມກັບປະເທດສະມາຊິກອາຊຽນລວມທັງຟີລິບປິນ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້ບໍ່ມີການປ່ຽນແປງ.

    ໃນເວລາຕອບຄຳຖາມນັກຂ່າວ, ທ່ານວ່າງເວີນປິ່ນກ່າວວ່າ: ກ່ຽວກັບຂໍ້ຂັດແຍ້ງທາງທະເລກັບປະເທດອ້ອມຂ້າງ, ຈີນມີຫຼັກໝັ້ນທີ່ຊັດເຈນຢ່າງສະເໝີຕົ້ນສະເໝີປາຍ ແລະ ບໍ່ມີການປ່ຽນແປງໃດໆ. ຫຼັກໝັ້ນຂອງຈີນທີ່ຍຶດໝັ້ນຄວບຄຸມຂໍ້ຂັດແຍ້ງໃຫ້ດີຜ່ານການສົນທະນາ ແລະ ເປິກສາຫາລືບໍ່ມີການປ່ຽນແປງ, ທ່າທີທີ່ຮ່ວມກັບຟີລິບປິນປະຕິບັດຕາມຄວາມເຂົ້າໃຈ ແລະ ຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ໄດ້ບັນລຸໃນເມື່ອກ່ອນບໍ່ມີການປ່ຽນແປງ, ນະໂຍບາຍຂອງຈີນທີ່ຮ່ວມກັບປະເທດສະມາຊິກອາຊຽນລວມທັງຟີລິບປິນ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້ບໍ່ມີການປ່ຽນແປງ. ພ້ອມກັນນັ້ນ, ຄວາມຕັດສິນໃຈຂອງຈີນໃນການປົກປັກຮັກສາອະທິປະໄຕ, ສິດ ແລະ ຜົນປະໂຫຍດທີ່ຊອບທຳຂອງຕົນກໍບໍ່ມີການປ່ຽນແປງເຊັ່ນດຽວກັນ, ຫວັງວ່າຟີລິບປິນຈະທຳການເລືອກຢ່າງມີສະຕິ, ຮ່ວມກັນກັບຈີນແກ້ໄຂ ແລະ ຄວບຄຸມສະຖານະການທີ່ເກີດຂຶ້ນທາງທະເລໃນປັດຈຸບັນຢ່າງເໝາະສົມ.