ຈຸນັກບິນອະວະກາດປະຈຳຍານອະວະກາດເຊີນໂຈ່ວ17ເຄື່ອນໄຫວຢູ່ນອກຍານເທື່ອທຳອິດຢ່າງສຳເລັດຜົນ

2023-12-22 12:43:39 cri


   ຈຸນັກບິນອະວະກາດປະຈຳຍານອະວະກາດເຊີນໂຈ່ວ17ໄດ້ເຄື່ອນໄຫວຢູ່ນອກຍານເທື່ອທຳອິດຢ່າງສຳເລັດຜົນໃນວັນທີ 21 ທັນວານີ້. ທ່ານຖ່າງຮົງໂປ່ ນັກບິນອະວະກາດຄົນທຳອິດຂອງຈີນທີ່ກັບໄປສະຖານີອະວະກາດຄືນໃໝ່ ໄດ້ຍ່າງຢູ່ໃນອະວະກາດອີກຄັ້ງໜຶ່ງ ຫ່າງຈາກຄັ້ງຜ່ານມາແມ່ນສອງປີກ່ອນ, ທ່ານຖາງເຊີ້ງເຈຍ ກາຍເປັນນັກບິນອະວະກາດໜຸ່ມທີ່ສຸດຂອງຈີນທີ່ອອກຈາກຍານໄປປະຕິບັດພາລະກິດຢູ່ອະວະກາດ.

   ອີງຕາມແຜນການ,ໃນໄລຍະຍານອະວະກາດເຊີນໂຈ່ວບັນທຸກຄົນ17ປະຕິບັດພາລະກິດ ຍັງຈະດຳເນີນການທົດລອງທາງດ້ານວິທະຍາສາດແລະເຕັກນິກຫຼາຍຄັ້ງ, ຈຸນັກບິນອະວະກາດຈະເຄື່ອນໄຫວຢູ່ນອກຍານຫຼາຍເທື່ອ ແລະຈະທຳການທົດລອງຢູ່ນອກຍານອະວະກາດຫຼາຍເທື່ອ.