CMG ເປີດເຜີຍບັນຊີລາຍຊື່ຮູບເງົາສາລະຄະດີປີ 2024

2023-12-23 11:57:45 CRI


     ວັນທີ 22 ທັນວານີ້, CMG ໄດ້ຈັດກິດຈະກຳເປີດເຜີຍບັນຊີລາຍຊື່ຮູບເງົາສາລະຄະດີປີ 2024 ພາຍໃຕ້ຫົວຂໍ້ ບັນທຶກຍຸກໃຫຍ່ ຊົມຮູບເງົາດີເດັ່ນ, ທ່ານເສິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃຫ້ກຽດເຂົ້າຮ່ວມກິດຈະກຳຄັ້ງນີ້.



     ກິດຈະກຳຄັ້ງນີ້ໄດ້ແບ່ງເປັນສາມພາກສ່ວນພາຍໃຕ້ຫົວຂໍ້ ບັນທຶກຍຸກໃຫຍ່, ລວມມີຮູບເງົາສາລະຄະດີ 50 ເລື່ອງ.

     ພາກສ່ວນຊີວິດທີ່ໜ້າຮັກລວມທັງຮູບເງົາສາລະຄະດີ 15 ເລື່ອງ ເຊິ່ງໄດ້ບັນທຶກຈິດໃຈຮັກຊາດແລະຮັກຄອບຄົວ ຊອກຫາສິ່ງທີ່ອົບອຸ່ນໃນຊີວິດ. ພາກສ່ວນສົ່ງເສີມອະລິຍະທຳໄດ້ເປີດເຜີຍຮູບເງົາສາລະຄະດີ 16 ເລື່ອງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະເໜ່ຂອງວັດທະນະທຳອັນເປັນມູນເຊື້ອທີ່ດີເລີດຂອງປະຊາຊາດຈີນ. ພາກສ່ວນອະນາຄົດທີ່ໜ້າຄອງຄອຍລວມທັງຮູບເງົາສາລະຄະດີ 19 ເລື່ອງ ເຊິ່ງໄດ້ເລົ່າເລື່ອງລາວຕ່າງໆກ່ຽວກັບຈີນໃນຍຸກໃໝ່.

     ນັບມາຮອດທ້າຍປີ 2023, ອັດຕາຮັບຊົມຂອງຊ່ອງສາລະຄະດີໂທລະພາບສູນກາງຈີນຂອງ CMG ໄດ້ເພີ່ມຂຶ້ນໃນ 2 ປີລຽນຕິດ ເຊິ່ງໄດ້ສ້າງສະຖິຕິໃໝ່ໃນດ້ານອັດຕາກວມຕະຫຼາດທົ່ວປະເທດນັບແຕ່ໄດ້ສ້າງຊ່ອງນີ້ເມື່ອປີ 2011 ເປັນຕົ້ນມາ.