CMG ເລີ່ມກໍ່ສ້າງສວນສາທິດພາບຄວາມລະອຽດສູງພິເສດ

2023-12-24 15:03:44 cri

ວັນທີ  23 ທັນວານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເລີ່ມກໍ່ສ້າງສວນສາທິດພາບຄວາມລະອຽດສູງພິເສດຢູ່ນະຄອນຫຼວງປັກກິ່ງ.


ທ່ານເຊິ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ກ່າວຄຳປາໄສໃນພິທີເປີດການກໍ່ສ້າງວ່າ: ນັບແຕ່ການສ້າງຕັ້ງ CMG ເປັນຕົ້ນມາ, CMG ໄດ້ສຸມໃສ່ຊຸກຍູ້ການພັດທະນາອຸດສາຫະກຳພາບຄວາມລະອຽດສູງພິເສດ ແລະ ການຄົ້ນຄວ້າພັດທະນາ-ນຳໃຊ້ເຕັກນິກທີ່ກ່ຽວຂ້ອງ, ໄດ້ທັບມ້າງການຜູກຂາດດ້ານເຕັກນິກຂອງຕ່າງປະເທດ, ບັນລຸການຖ່າຍທອດສົດກິດຈະກຳສຳຄັນໃນຊ່ອງໂທລະພາບຄວາມລະອຽດສູງພິເສດ 8K ເປັນຄັ້ງທຳອິດໃນຂອບເຂດທົ່ວໂລກ ແລະ ໄດ້ສຳເລັດການຜະລິດສັນຍານສາທາລະນະສາກົນ 8K ໃນການຖ່າຍທອດພິທີເປີດ ແລະ ພິທີປິດງານກິລາໂອລິມປິກເປັນຄັ້ງທຳອິດໃນປະຫວັດສາດ. ຜົນງານດ້ານການປະດິດສ້າງໃໝ່ “5G + 4K/8K + AI” ເຫຼົ່ານີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ຈີນພວມສ້າງ “ມາດຕະຖານແບບຈີນ” ໃນໂລກໃນຂົງເຂດໂທລະພາບທີ່ມີຄວາມລະອຽດສູງພິເສດ.


ທ່ານເຊິ້ນໄຫສົງກ່າວຕື່ມວ່າ: ສວນສາທິດຄວາມລະອຽດສູງພິເສດຈະສ້າງເປັນສວນສາທິດລະດັບນຳໜ້າຂອງໂລກ ທີ່ທັນສະໄໝກ້າວໜ້າ, ມີອຸປະກອນຄົບຊຸດ ແລະ ນຳໜ້າກະແສຂອງຍຸກສະໄໝ ເພື່ອສ້າງເປັນສັນຍະລັກໃໝ່ໃນການສ້າງນະຄອນຫຼວງປັກກິ່ງໃຫ້ເປັນສູນວັດທະນະທຳຂອງຈີນ, ສ້າງເປັນສູນປະດິດສ້າງໃໝ່ລາຍການໂທລະພາບທີ່ມີຄວາມລະອຽດສູງພິເສດລະດັບໂລກ, ລົງເລິກການເຊື່ອມໂຍງ ແລະ ປະດິດສ້າງໃໝ່ດ້ານ “ແນວຄິດ + ສິລະປະ + ເຕັກນິກ” ເພື່ອຜະລິດຜົນງານດີເດັ່ນມີຄວາມລະອຽດສູງ ທີ່ໜ້າເບິ່ງໜ້າຊົມ, ຕື່ນຕາຕື່ນໃຈ ແລະ ໃໝ່ອ່ຽມໃຫ້ແກ່ຜູ້ຊົມທັງຫຼາຍ ພ້ອມທັງຊຸກຍູ້ການພັດທະນາຂອງອຸດສາຫະກຳພາບຄວາມລະອຽດສູງພິເສດ.