ອັດຕາສ່ວນຄວາມສາມາດດ້ານການຜະລິດໄຟຟ້າດ້ວຍພະລັງງານຫມູນວຽນຂອງຈີນລື່ນກາຍ 50%

2023-12-25 16:46:22 CRI


    ອີງຕາມຕົວເລກຫຼ້າສຸດຈາກອົງການພະລັງງານແຫ່ງຊາດຈີນສະແດງໃຫ້ເຫັນວ່າ:ປີ 2023, ອັດຕາສ່ວນຄວາມສາມາດດ້ານການຜະລິດໄຟຟ້າດ້ວຍພະລັງງານຫມູນວຽນຂອງຈີນໄດ້ລື່ນກາຍ 50%, ຫຼາຍກວ່າຄວາມສາມາດດ້ານການຜະລິດໄຟຟ້າດ້ວຍຖ່ານຫີນ.


    ໃນປີ 2023 ນີ້, ຈີນໄດ້ເລັ່ງລັດຫັນເປັນການນຳໃຊ້ພະລັງງານສີຂຽວກາກບອນຕ່ຳ. ພະລັງງານຫມູນວຽນໄດ້ກາຍເປັນພະລັງແຮງໃໝ່ຂອງຈີນໃນການຮັບປະກັນການສະໜອງພະລັງງານໄຟຟ້າ, ຄວາມສາມາດດ້ານການຜະລິດແມ່ນບັນລຸເຖິງ 1 ຕື້ 450 ລ້ານກິໂລວັດ,ກວມອັດຕາສ່ວນລື່ນກາຍ 50% ຂອງຄວາມສາມາດດ້ານການຜະລິດໄຟຟ້າໃນທົ່ວປະເທດຈີນ. ປີ 2023, ຄວາມສາມາດດ້ານການຜະລິດໄຟຟ້າໝົດປີຂອງຈີນແມ່ນສູງເຖິງ 2 ຕື້ 900 ລ້ານກິໂລວັດ.