ຈີນສົ່ງດາວທຽມ 11-14 ຂອງກຸ່ມດາວທຽມອຸຕຸນິຍົມທ່ຽນມູ້ 1 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2023-12-25 11:53:19 cri


    ເວລາ 9 ໂມງຂອງວັນທີ 25 ທັນວານີ້,  ຢູ່ສູນສົ່ງດາວທຽມຈິວຊວນຂອງຈີນ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານ KZ-1A ສົ່ງດາວທຽມ 11-14 ຂອງກຸ່ມດາວທຽມອຸຕຸນິຍົມທ່ຽນມູ້ 1 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນຕາມທີ່ຄາດໄວ້ຢ່າງສະດວກ, ພາລະກິດການສົ່ງດາວທຽມໄດ້ປະສົບຜົນສຳເລັດ. ດາວທຽມດັ່ງກ່າວຕົ້ນຕໍແມ່ນອຳນວຍການບໍລິການເກັບກຳຂໍ້ມູນຂ່າວສານດ້ານອຸຕຸນິຍົມທາງການຄ້າ.

    ພາລະກິດເທື່ອນີ້ແມ່ນການບິນເທື່ອທີ 23 ຂອງຈະຫຼວດສົ່ງຍານ KZ-1A.