ຈີນຕົກລົງເປົ້າໝາຍລວມດ້ານການຜະລິດສະບຽງອາຫານໃນປີ2024

2023-12-25 15:06:52 cri

 

    ກະຊວງກະສິກຳ ແລະ ຊົນນະບົດຈີນໄດ້ແຈ້ງໃຫ້ຮູ້ໃນຫວ່າງມໍ່ໆມານີ້ວ່າ: ເປົ້າໝາຍລວມດ້ານການຜະລິດສະບຽງ

    ອາຫານຂອງຈີນໃນປີ 2024 ແມ່ນຮັກສາໃຫ້ຍອດປະລິມານຜົນຜະລິດ ທັນຍາຫານ, ສາລີ ແລະ ຖົ່ວເຫຼືອງມີຄວາມໝັ້ນທ່ຽງ, ພະຍາຍາມຍົກສູງສະມັດຖະພາບຜົນຜະລິດສະເລ່ຍຕໍ່ເຮັກຕາ. ເນື້ອທີ່ການປູກຝັງຮັກສາຄວາມໝັ້ນທ່ຽງໂດຍລວມ, ສຸມໃສ່ຍົກສູງຍອດປະລິມານການຜະລິດບົນພື້ນຖານຄວາມໝັ້ນທ່ຽງ, ປັບປຸງແນວພັນໃຫ້ມີຄຸນນະພາບດີກວ່າເກົ່າ, ເອົາໃຈໃສ່ຍົກສູງຄຸນນະພາບດ້ານການຫວ່ານແນວປູກ, ຮັບປະກັນໃຫ້ຍອດປະລິມານຜົນປະລິດທັນຍາຫານໃນປີ 2024 ໄດ້ຫຼາຍກວ່າ 650 ຕື້ກິໂລ.