ຈີນສະແດງຄວາມເຫັນກ່ຽວກັບອົງການ ສປຊ ຜ່ານມະຕິຕົກລົງກຳນົດເອົາບຸນກຸດຈີນເປັນວັນພັກຂອງຕົນ

2023-12-26 11:35:21 cri


ວັນທີ 25 ທັນວານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ວັນທີ 22 ທັນວານີ້, ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 78 ໄດ້ເປັນເອກະພາບຜ່ານມະຕິສະບັບໜຶ່ງພາຍຫຼັງໄດ້ເປິກສາຫາລືກັນ, ໂດຍຕົກລົງກຳນົດເອົາບຸນກຸດຈີນເປັນວັນພັກຂອງອົງການ ສປຊ. ທ່ານໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?



ທ່ານນາງ ເມົານີງ ຕອບວ່າ: ກຸດຈີນແມ່ນບຸນປະເພນີທີ່ເກົ່າແກ່ທີ່ສຸດແລະສຳຄັນທີ່ສຸດໃນວັດທະນະທຳຈີນ, ແມ່ນວັນສຳຄັນທີ່ປະຊາຊົນເຕົ້າໂຮມກັບຄອບຄົວ ເພື່ອສົ່ງທ້າຍປີເກົ່າແລະຕ້ອນຮັບປີໃໝ່ນຳກັນຢ່າງຄຶກຄື້ນ. ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ປັດຈຸບັນ, ມີເກືອບ 20 ປະເທດໄດ້ກຳນົດເອົາບຸນກຸດຈີນເປັນວັນພັກຕາມກົດໝາຍຂອງປະເທດຕົນ, ມີປະຊາກອນກວມປະມານ 1 ສ່ວນ 5 ຂອງໂລກ ໄດ້ສະຫຼອງບຸນກຸດຈີນດ້ວຍຮູບການຕ່າງໆ, ກິດຈະກຳຕາມປະເພນີບຸນກຸດຈີນໄດ້ເຂົ້າສູ່ເກືອບ 200 ປະເທດແລະເຂດແຄ້ວນ, ເຊິ່ງໄດ້ສ້າງຄວາມມ່ວນຊື່ນໃຫ້ປະຊາຊົນປະເທດຕ່າງໆ.


ພວກເຮົາຍິນດີສະຫຼອງບຸນກຸດຈີນຮ່ວມກັບໂລກ, ຫວັງໃຫ້ອະລິຍະທຳຕ່າງໆຢູ່ຮ່ວມກັນຢ່າງກົມກຽວ, ແລກປ່ຽນຖອດຖອນເຊິ່ງກັນແລະກັນ, ປະຊາຊົນປະເທດຕ່າງໆຮ່ວມກັນກ້າວໄປຂ້າງໜ້າ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.