ແນວຄິດການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດສາມາດເສີມຂະຫຍາຍບົດບາດຫຍັງແດ່ຕໍ່ການຮັບມືກັບສິ່ງທ້າທາຍທົ່ວໂລກໃນປັດຈຸບັນ?

2023-12-26 16:43:09 CRI

    ວັນທີ 25 ທັນວານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ປີນີ້ແມ່ນທ່ານສີຈິ້ນຜິງປະທານປະເທດຈີນສະເໜີແນວຄິດການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄົບຮອບ 10 ປີ. ແນວຄິດການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດສາມາດເສີມຂະຫຍາຍບົດບາດຫຍັງແດ່ຕໍ່ການຮັບມືກັບສິ່ງທ້າທາຍທົ່ວໂລກໃນປັດຈຸບັນນີ້?



    ທ່ານນາງເມົານີງຕອບວ່າ: ໂລກໃນປັດຈຸບັນນີ້ໄດ້ຜະເຊີນໜ້າກັບສິ່ງທ້າທາຍທົ່ວໂລກແບບສຸກເສີນຊະນິດຕ່າງໆ, ປະເທດໃດໆກໍ່ບໍ່ສາມາດຢູ່ລອດໂດຍລຳພັງປະເທດດຽວໄດ້. ແນວຄິດການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນລື່ນກາຍການປະທະກັນ ແລະ ການເປັນປໍລະປັກກັນດ້ວຍການພັດທະນາໂດຍສັນຕິ, ປະຖິ້ມການແຂ່ງຂັນແບບຫຼິ້ມເກມຜົນລວມເປັນສູນຫັນເປັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ປ້ອງກັນການປະທະກັນລະຫວ່າງອະລິຍະທຳຜ່ານການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ປົກປັກຮັກສາໜ່ວຍໂລກທີ່ເປັນບ້ານເມືອງຮ່ວມກັນດ້ວຍການພັດທະນາແບບສີຂຽວ, ມັນໄດ້ຕອບສະໜອງຄວາມຮຽກຮ້ອງໂດຍທົ່ວໄປທີ່ຫວັງວ່າສ້າງສັນຕິພາບ, ສະແຫວງຫາການພັດທະນາ ແລະ ຊຸກຍູ້ການຮ່ວມມືຂອງປະຊາຊົນປະເທດຕ່າງໆ. ພາຍໃຕ້ການຊີ້ນຳຂອງແນວຄິດການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຈີນໄດ້ສະເໜີ ແລະ ຊຸກຍູ້ໃຫ້ຈັດຕັ້ງປະຕິບັດຂໍ້ລິເລີ່ມສຳຄັນຕ່າງໆ ເຊັ່ນ:ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມອະລິຍະທຳທົ່ວໂລກ  ຍິນດີຮ່ວມກັບປະຊາຄົມໂລກກໍ່ສ້າງໂລກທີ່ມີສັນຕິພາບຖາວອນ, ຄວາມໝັ້ນຄົງທົ່ວໄປ, ຄວາມຈະເລີນຮ່ວມກັນ, ເປີດປະຕູ ,ກວມລວມ, ທັງສະອາດທັງສວຍງາມ, ສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ມວນມະນຸດ.